ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງຈີນ​ຈະຍົກ​ສູງ​ຄວາມ​ໄວ​ຂອງ​ເສດຖະກິດ​ອາ​ຊຽນ

(GMT+08:00) 2013-11-05 16:23:32     cri
ຕາມ​ຂ່າວ CRI: ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ຈະ​ຍົກ​ສູງ​ຄວາມ​ໄວ​ຂອງ​ເສດຖະກິດ​ອາ​ຊຽນ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ-​ອາ​ຊຽນ​ໄດ້​ໄປ​ຕາມ​​​ກະ​ແສ​ຂອງ​ຍຸກ​ສະ​ໄໝ, ຈະ​ອຳນວຍ​ໂອກາດ​ການ​ພັດທະນາ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ພາກ​ພື້ນຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ແລະ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ເວົ້າສຳລັບ​ຈີນ​ແລະ​ອາ​ຊຽນ​ແລ້ວ, ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ບໍ່​ພຽງ​ແຕ່​ມີ​ຜົນ​ປະ​ໂຫຍ​ດຢ່າງ​ໃຫຍ່​ຫຼວງ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ. ປັດຈຸບັນ ການ​ເຊື່ອມ​ຈອດ​ກັນ​ໄດ້​ກາຍ​ເປັນ​ຈຸດ​ຮ່ວມ​ມື​ໃໝ່​ໃນ​ພາກ​ພື້ນ, ທາງ​ລົດ​ໄຟ​ມີ​ຖານະ​ສຳຄັນ​ທີ່​ສຸດ​ໃນ​ການ​ກໍ່ສ້າ​ງພື້ນຖານ​ໂຄງ​ລ່າງ. ​ເມື່ອ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ-​ອາ​ຊຽນສ້າງ​ສຳ​ເລັດ​ແລ້ວ, ຈີນ​ກັບ 7 ປະ​ເທດ​ອາ​ຊຽນທີ່​ມີ​ດິນ​ແດນ​ທາງ​ບົກ​ເຊື່ອມ​ຕໍ່​ກັນຄື​ໄທ, ຫວຽດນາມ, ລາວ​ແລະ​ກຳປູ​ເຈຍ​ເປັນຕົ້ນ, ຈະ​ເຊື່ອມ​ຈອດ​ເປັນຕາ​ໜ່າງຄົມມະນາຄົມ​ທັນ​ສະ​ໄໝ​ທີ່​ມີ​ຜົນ​ດີ​ຕໍ່​ການ​ໄປມາຫາສູ່​ກັນ​ດ້ານ​ບຸກຄົນ​ແລະ​ການ​ແລກປ່ຽນ​ສິນຄ້າ, ​ແລະ​ຈະ​ຍົກ​ຄວາມ​ໄວ​ໃຫ້​ແກ່​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ໃນ​ປະ​ເທດ​ອາ​ຊຽນ.

ຈີນ​ແມ່ນ​ປີ​ທີ່ປະ​ເທດ​ທີ່​ມີ​ເຕັກນິກ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຄົບ​ຖ້ວນ​ທີ່​ສຸດ, ມີ​ຄວາມ​ສາມາດ​ເຕົ້າ​ໂຮມ​ລະບົບ​ເຂັ້ມ​ແຂງ​ທີ່​ສຸດ, ​ໄລຍະ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຍາວ​ທີ່​ສຸດ​ແລະ​ມີ​​ໄລຍະ​ທາງ​ທີ່​ກຳລັງ​ກໍ່ສ້າງ​ຍາວ​ທີ່​ສຸດ​ໃນ​ໂລກ, ທັງ​ນີ້​ໄດ້​ອຳນວຍ​ການ​ຄ້ຳປະກັນ​ທາງ​ດ້ານ​ເຕັກນິກ​ທີ່​​ແຂງ​ແຮງ​ໃຫ້​ແກ່​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ-​ອາ​ຊຽນ. ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ-​ອາ​ຊຽນຈະ​ເປີດ​ຊ່ອງ​ທາງ​ໃໝ່​ທີ່​ສະ​ເໝີ​ພາ​ບກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຮູບ​ການ​ຮ່ວມ​ມື.

ປີ​ນີ້​ແມ່ນ​ປີທີ່ຈີນ​ກັບ​ອາ​ຊຽນສ້າງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດຄົບຮອບ 10 ປີ, ຕົວ​ເລກ​ເສດຖະກິດ​ຊະນິດ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​​ເຖິງ​ໝາກຜົນ​ອັນ​ອຸດົມສົມບູນ​ຂອງ​ການ​ພົວພັນ​ດັ່ງກ່າວ ​ໃນ 10 ປີຜ່ານມາ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ຈີນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມືດ້ານ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊຽນ, ​ແລະ​ອາ​ຊຽນ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ສາມ​ຂອງ​ຈີນ, ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນຈະ​ແມ່ນ​ເຂດ​ການ​ຄ້າ​ເສລີ​ຂອງ​ປະ​ເທດ​ພວມ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ​ແລະ​ຕາໜ່າງທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ-​ອາ​ຊຽນຈະ​ເຮັດ​ໃຫ້​ປະ​ເທດ​ອາ​ຊຽນ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ກວ່າ​ເກົ່າ​ຈາກ​ການ​ເຊື່ອມ​ໂຍງ​​ເຂົ້າກັນ​ຂອງ​ພາກ​ພື້ນ​ແລະ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ຈີນ.

ຈີນ​ໄດ້​ມີ​ທ່າ​ທີ​ທີ່​ຕັ້ງໜ້າ​ຕໍ່​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຜ່ານ​ອາຊີ​ມາ​ໂດຍ​ຕະຫຼອດ, ​ພາຍຫຼັງ​ຜູ້ນຳ​ຈີນ​ໄປ​ຢ້ຽມຢາມ​ອາ​ຊຽນ​ໃນ​ໄລຍະ​ມໍ່ໆ​ນີ້​ແລ້ວ, ການ"ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ໄປ​ອາ​ຊຽນ"ຈະສາມາດ​ບັນລຸ​ຜົນ​​ເປັນ​ຈິງ​ໄດ້​ໃນ​ປີ 2020 ຫຼື​ໄວ​ກວ່າ​ນັ້ນ.