ທ່ານ​ຫວາງ​ສີ​ຊ່ານ​ພົບ​ປະ​​ຄະນະ​ຜູ້​ແທນ​ພັກ​ປະຊາຊົນ​ປະຕິວັດ​ລາວ

(GMT+08:00) 2013-11-06 10:55:57     cri

ວັນ​ທີ 5 ພະຈິກ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຫວາງ​ສີ​ຊ່ານ, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ປະທານ​ຄະນະ​ກຳມະການ​ກວດກາລະບຽບ​ວິ​ໄນສູນ​ກາງພັກກອມ​ມູນິດ​ຈີນ ​ໄດ້​ພົບ​ປະ​ຄະນະ​ຜູ້​ແທນ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທີ່​ນຳພາ​ໂດຍ​ທ່ານ ບຸນ​ທອງ ຈິດ​ມະນີ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ ທັງ​ເປັນ​ປະທານ​ຄະນະ​ກຳມະການ​ກວດກາ​​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

ທ່ານ​ຫວາງ​ສີ​ຊ່ານ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ບຸນ​ທອງ ຈິດ​ມະນີ​ ທີ່​ໄດ້ນຳພາ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ​ຈີນ​ແລະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ​ຈີນ-ລາວ​ຄັ້ງທີ​ສອງ. ທ່ານ​ກ່າວ​ວ່າ: ​ໃນ​ເດືອນ​ກັນຍາ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຮ່ວມ​ກັນກຳນົດທິດ​ທາງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ພັກ-ລັດ, ​​ເຊິ່ງຈະມີ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງຍາວ​ໄກຕໍ່​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ລາວ​ໃຫ້​ອຸດົມສົມບູນຍິ່ງ​ຂຶ້ນ. ສອງ​ພັກ​ຈີນ-ລາວ​ລ້ວນ​ແຕ່​​ປະ​ເ​ຊີ​ນກັບ​ພາລະ​ກຳ​ທີ່​ພັກ​ຕ້ອງ​ຄຸ້ມ​ຄອງ​ພັກ ແລະ​ຄຸ້ມ​ຄອງ​ບໍລິຫານ​ພັກ​ຢ່າງ​ເຂັ້ມງວດ, ຄະນະ​ກຳມະການ​ກວດກາ​ລະບຽບ​ວິ​ໄນພັກ ຕ້ອງ​ປະຕິບັດ​ໜ້າ​ທີ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ. ຫວັງ​ວ່າ​ສອງ​ພັກຈະ​ສາມາດ​ຄົ້ນຄວ້າ​ແລະ​ລົງ​ເລິກການ​ແລກປ່ຽນ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ບໍ່​ພຽງ​ແຕ່​​ເພີ່ມ​ທະວີ​ການຄົ້ນຄວ້າ​ດ້ານ​ທິດ​ສະ​ດີ​ເທົ່າ​ນັ້ນ, ຍິ່ງ​ຈະ​ຕ້ອງ​ເນັ້ນໜັກ​ພຶດຕິ​ກຳ​ແລະ​ການ​ແລກປ່ຽນ​ບົດຮຽນ​ໃນ​ໜ້າ​ທີ່ວຽກ​ງານຕ່າງໆ, ​ເພີ່ມ​ທະວີ​ລັກສະນະ​ຈຸດ​ສຸມ​ແລະ​​​ໃຫ້​ບັງ​ເກີດ​ຜົນ​ເປັນ​ຈິງ.

ທ່ານ​ບຸນ​ທອງ ຈິດ​ມະນີ ກ່າວ​ວ່າ: ຍິນ​ດີ​ລົງ​ເລິກ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ຮ່ຳຮຽນ​​ແລະ​ຖອດ​ຖອນ​ບົດຮຽນເຊິ່ງກັນ​ແລະ​ກັນ​ໃນ​ການ​ກໍ່ສ້າງ​ແບບ​ແຜນ​ແລະ​ຄວາມ​ປອດ​ໃສ​ຂາວ​ສະອາດຂອງ​ພັກ.