ມະ​ເລ​ເຊຍ​ກ່າວປະ​ທ້ວງການ​ຕິດຕາມ​ລັກ​ຟັງ​ຂອງ​ອາ​ເມ​ລິ​ກາ​ແລະ​ອົສຕຼາລີ

(GMT+08:00) 2013-11-06 11:03:45     cri

ວັນ​ທີ 5 ພະຈິກ​ນີ້, ທ່ານ​ນາ​ຈິບ ຕຸ​ນ ຣາຊັກ, ນາຍົກລັດຖະມົນຕີມະ​ເລ​ເຊຍ ກ່າວ​ວ່າ: ຝ່າຍ​ມະ​ເລ​ເຊຍ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຕໍ່​ອາ​ເມ​ລິ​ກາ​ແລະ​ອົສຕຼາລີ​ທີ່​ໃຫ້​ອົງການ​ທາງ​ການ​ທູດ​ຂອງ​ປະ​​ເທດຕົນປະຈຳ​ມະ​ເລ​ເ​ຊຍດຳ​ເນີນ​ການ​ຕິດຕາມ​ລັກ​ຟັງ​ຕໍ່​ລັດຖະບານ​ມະ​ເລ​ເຊຍ.

ທ່ານ​ນາ​ຈິບ ກ່າວ​ວ່າ: ມະ​ເລ​ເຊຍ​ກຳລັງ​ລໍຖ້າ​ຜົນ​ການ​ກວດກາ​ໂຄງການ​ຕິດຕາມ​ລັກ​ຟັງ​ທີ່​ກ່ຽວຂ້ອງ​ ​ເຊິ່ງດຳ​ເນີນ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ. ມະ​ເລ​ເ​ຊຍຄັດຄ້ານ​ການ​ເຄື່ອນ​ໄຫວ​ສອດ​ແນມ​ທີ່​ແນໃສ່​ລັດຖະບານ​ຂອງ​ປະ​ເທດ​ໃດໆ​ໃນ​ດ້ານຫຼັກການ, ສາ​ເຫດ​ແມ່ນ​ຍ້ອນ​ວ່າການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ​ອາດ​ຈະ​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕຂອງ​ປະ​ເທດ​ນັ້ນ.