ລັດຖະບານ​ມຽນມາ​ແລະ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຫັນ​ດີ​ຈະດຳ​ເນີນ​ການ​ເຈລະຈາ​ທາງ​ການ​ເມືອງ​ໂດຍ​ໄວ

(GMT+08:00) 2013-11-06 11:06:49     cri

ວັນ​ທີ 5 ພະຈິກ​ນີ້, ພາຍຫຼັງການ​ເຈລະຈາ​ລະຫວ່າງ​ລັດຖະບານ​ມຽນມາ​ກັບກຸ່ມ​ປະກອບ​ອາວຸດຊົນ​ເຜົ່າ​ສ່ວນ​ໜ້ອຍຫຼາຍກຸ່ມທີ່​ດຳ​ເນີນ​ເປັນ​ເວລາ​ສອງ​ວັນຢູ່​ເມືອງ​ມິດກີ​ນາ, ​ເທດສະບານ​ລັດ​ຄາ​ຊິນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ສອງ​ຝ່າຍ​ໄດ້​ອອກ​ຖ​ະ​ແຫຼງການ​ຮ່ວມ ​ໂດຍ​ກ່າວ​ວ່າ: ສອງ​ຝ່າຍ​ເຫັນ​ດີ​ຈະດຳ​ເນີນ​ການ​ເຈລະຈາ​ທາງ​ການ​ເມືອງ​ໂດຍ​ໄວ.

ຖະ​ແຫຼງການ​ຂຽນ​ວ່າ, ​ໃນ​ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ກ່ຽວ​ກັບ​ການ​ເຊັນ​ສັນຍາ​ ​ຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ສອງ​ວັນນັ້ນ, ຄະນະ​ປະສານ​ງານ​ການ​ຢຸດ​ຍິງທົ່ວ​ປະ​ເທດ​ຂອງຝ່າຍ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ໄດ້​ຍື່ນ​ເອກະສານ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ 11 ຂໍ້ຂອງ​ກອງ​ປະຊຸມ​ສຸດ​ຍອດ​ໄລ​ຈາ ​ໃຫ້​ແກ່​ຝ່າຍ​ລັດຖະບານ​ຢ່າງ​ເປັນ​ທາງ​ການ, ສ່ວນ​ຄະນະ​ກຳມະການ​ວຽກ​ງານ​ການ​ບັນລຸສັນຕິ​ພາບສູນ​ກາງ ກໍ​ໄດ້​ຍື່ນ​ຮ່າງ​ສັນຍາ​ຢຸດ​ຍິງທົ່ວ​ປະ​ເທດ​ໃຫ້​ແກ່​ຄະນະ​ປະສານ​ງານ​ເຊັ່ນ​ກັນ. ຖະ​ແຫຼງການ​ຍັງ​ຂຽນ​ວ່າ, ​ເພື່ອ​​ໃຫ້ສາມາດບັນລຸ​ການ​ເຊັນ​ສັນຍາ​​ຢຸດ​ຍິງ​ທົ່ວ​ປະ​ເທດ, ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດການ​ເຈລະຈາ​ອີກ​ຄັ້ງ​ໃໝ່​ຢູ່​​​ເມືອງ​ພາ​ອານ ລັດ​ຄາ​ຢິນ​ໃນ​ເດືອນ​ທັນວາ​ປີ​ນີ້.