ບົດ​ລາຍ​ງານ​ທະນາຄານ​ກາງ​ຈີນ​ຂຽນວ່າ ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນທ່ຽງ ​ແລະ ມີ​ການ​ປັບປຸງປ່ຽນ​ແປງ​ເລັກ​ໜ້ອຍລ່ວງ​ໜ້າ​ໃນ​ລະດັບ​ທີ່​ເໝາະ​ສົມ​ໃນ​ເວລາ​ອັນ​ຄວນ

(GMT+08:00) 2013-11-06 11:12:39     cri

ວັນ​ທີ 5 ພະຈິກ​ນີ້, ທະນາຄານ​ປະຊາຊົນ​ຈີນ ຫຼື ທະນາຄານ​ກາງ​ຈີນ ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ປະຕິບັດ​ນະ​ໂຍບາຍ​​ເງິນຕາ​ໃນ​ໄຕ​ມາດ​ທີ 3 ປີ 2013 ​ໂດຍ​ຂຽນ​ວ່າ: ນະ​ໂຍບາຍ​ເງິນຕາຕ້ອງ​ຍຶດໝັ້ນຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ມີ​ຄວາມ​ໝັ້ນທ່ຽງ​ດ້ານ​ຍອດ​ປະລິມານ ​ແລະ ​ປັບປຸງ​ອົງ​ປະກອບ​ໃຫ້​ດີ​, ຍຶດໝັ້ນປະຕິບັດ​ນະ​ໂຍບາຍ​ຢ່າງມີ​ຄວາມ​ໝັ້ນທ່ຽງ​ແລະ​ມີ​ລັກສະນະ​ຕໍ່​ເນື່ອງ, ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນທ່ຽງ, ​ເພີ່ມ​ທະວີ​ລັກສະນະ​​ສຸມ​ໃສ່ ​ແລະ ລັກສະນະ​ຄ່ອງ​ຕົວ​ຂອງ​ການ​ດັດສົມ​ຄວບ​ຄຸມ, ດຳ​ເນີນ​ການປັບປຸງປ່ຽນ​ແປງ​ເລັກໜ້ອຍລ່ວງ​ໜ້າ​ໃນ​ລະດັບ​ທີ່​ເໝາະ​ສົມ.

ບົດ​ລາຍ​ງານ ຊີ້​ອອກ​ວ່າ: ຕ້ອງ​ກຳ​ແໜ້ນ​ຈຸດ​ດຸນ​ດ່ຽງ​ແຫ່ງ​ການ​ເຕີບ​ໂຕ​ຢ່າງ​ໝັ້ນທ່ຽງ, ປັບປຸງ​ອົງ​ປະກອບ, ຊຸກ​ຍູ້​ການ​ປະຕິ​ຮູບ ​ແລະ ປ້ອງ​ກັນ​ຄວາມ​ສ່ຽງ, ຈຸດ​ສຳຄັນ​ແມ່ນ​ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​​ເງິນຕາ​ແລະ​ການ​ເງິນ​ທີ່​ໝັ້ນທ່ຽງ, ຊຸກ​ຍູ້​ໃຫ້​ອົງ​ກອນ​ຕະຫຼາດຕົ້ນຕໍ​ມີ​ການຄາດ​ຄະ​ເນທີ່ສົມ​ເຫດ​ສົມ​ຜົນ​ແລະ​ໝັ້ນທ່ຽງ, ຊຸກ​ຍູ້​ການ​ປັບປຸງ​​ແລະຫັນປ່ຽນອົງ​ປະກອບ,​ ​ຍົກ​ລະດັບ​ຂະ​ແໜງ​ການ​ໃຫ້​ສູງ​ຂຶ້ນ.