ກອງປະຊຸມສຳມະນາທິດສະດີສອງພັກຈີນລາວຄັ້ງທີ 2 ອັດລົງຢູ່ນະຄອນຫຼວງປັກກິ່ງ

(GMT+08:00) 2013-11-06 19:54:20     cri
ຕາມຂ່າວCRI: ວັນທີ6ພະຈິກນີ້, ກອງປະຊຸມສຳມະນາທິດສະດີສອງພັກຈີນລາວຄັ້ງທີ2ໄດ້ອັດລົງ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ. ທ່ານ​ຫວາງ​ຈຽຍຢຸຍ, ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ, ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງພັກ​ກອມ​ມູນິດ​ຈີນໄດ້​ເຂົ້າ​ຮ່ວມພິທີ​ອັດກອງ​ປະຊຸມ.

​ໃນ​ພິທີ​ອັດກອງ​ປະຊຸມ, ທ່ານ​​ໄອ​ຜິ​ງ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກັບ​ທ່ານ​ທອງ​ສະ​ລິດ ມັງ​ໜໍ່​ເມກ, ຮອງ​ປະທານ​ຄະນະ​ກຳມະການວິທະຍາສາດສັງຄົມ​ແຫ່​ງຊາດ​ລາວ, ຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດສັງຄົມ​ແຫ່ງ​ຊາດລາວ​ໄດ້​ກ່າວ​ຄຳ​ປາ​ໄສ, ​ເຊິ່ງ​ໄດ້​​ຕີ​ລາຄາຢ່າງ​ຕັ້ງໜ້າ​ຕໍ່​ຜົນ​ສຳ​ເລັດ​ທີ່ກອງ​ປະຊຸມໄດ້​ຮັບ​​, ​ເຫັນ​ວ່າ​ກອງ​ປະຊຸມ​ໄດ້​ບັນລຸ​ເປົ້າ​ໝາຍລ່ວງ​ໜ້າ​ດ້ານ​ການເພີ່​ມທະວີ​ຄວາມ​ເຂົ້າ​ໃຈກັນ, ​ເຮັດ​ໃຫ້​ຄວາມ​ຮັບ​ຮູ້​​ເລິກ​ເຊິ່ງກວ່າ​ເກົ່າ, ກຳ​ກົດ​ເກນ, ຊຸກຍູ້​ການ​ຮ່ວມ​ມື.

​ໃນ​ການ​ສຳ​ມະ​ນາ​ທີ່​ໄດ້​ດຳ​ເນີນ​ເປັນ​ເວລາ2ວັນ, ຜູ້ຕາງໜ້າ​ຈີນ​ລາວ​ໄດ້​ແລກປ່ຽນ​ເຊິ່ງກັນ​ແລະ​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຫຼັກ​ຂອງ​ການ​ເພີ່ມ​ທະວີ​ວຽກ​ງານ​ກໍ່ສ້າງ​ແບບ​ແຜນ​ຂອງ​ພັກ​ດ້ານ​ການ​ປົກຄອງ​ທີ່​ຊື່ສັດ​ສຸດຈະລິດ, ​ໄດ້​ສະ​ແດງ​ຜົນງານ​ການ​ຄົ້ນຄວ້າ​ຫຼ້າ​ສຸດ​ກ່ຽວ​ກັບ​ບັນຫາ​ທິດ​ສະ​ດີ​ແລະ​ບັນຫາ​ຕົວ​ຈິງ​ທີ່​ສອງ​ພັກ​ຈີນ​ລາວ​ໄດ້​ປະ​ເຊີນ​ໜ້າ​ຮ່ວມ​ກັນ, ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ວິທີ​ແລະ​ບົດຮຽນ​ຫຼ້າ​ສຸດ​ດ້ານ​ການຊຸກຍູ້​ວຽກ​ງານ​ການຕ້ານການ​ສໍ້​ລາດ​ບັງ​ຫຼວງ​ແລ​ະ​ສົ່ງ​ເສີມການ​ປົກຄອງ​ທີ່​ຊື່ສັດ​ສຸດຈະລິດຂອງ​ຕົນ. ສອງ​ຝ່າຍ​ກ່າວ​ວ່າ, ຍິນ​ດີ​ນຳ​ໃຊ້​​ເວທີ​ສຳຄັນ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລະຫວ່າງ​ສອງ​ພັກ​ຢ່າງ​ເຕັມທີ, ​ເພີ່ມ​ທະວີ​ການ​ແລກປ່ຽນ, ຮ່ຳຮຽນ​​ແລະ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ.