ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບບັນຫາ​ຊີຣີຊຸກຍູ້​ໃຫ້​ຈັດ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ2​ໂດຍ​ໄວ

(GMT+08:00) 2013-11-06 19:56:45     cri
ຕາມ​ຂ່າວCRI: ກ່ຽວ​ກັບ​​ເລື່ອງ​ທີ່ທ່ານລັກດາ ບຼາຮີ​ມີ, ທູດ​ພິ​ເສດ​ຮ່ວມ​ກ່ຽວ​ກັບ​ບັນຫາ​ຊີຣີຂອງ​ສະຫະ​ປະຊາ​ຊາດ​ແລະ​ສັນນິບາດ​ອາຣັບ​​ເຈລະຈາ​ກັບ​ຜູ້ຕາງໜ້າ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ຢູ່​ນະ​ຄອນ​ເຊີ​​​ແນວ​ໃນ​ວັນ​ທີ5ພະຈິກ​ນີ້, ກ່າວ​ວ່າ​ຝ່າຍ​ຕ່າງໆ​ຍັງ​ບໍ່​ທັນ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​​ເວລາ​​ການຈັດ​ກອງ​ປະຊຸມສາກົນ​ເຊີ​ແນວ​ຄັ້ງ​ທີ2ກ່ຽວ​ກັບ​ບັນຫາ​ຊີຣີ, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ໃນ​ວັນ​ທີ6ພະຈິກ​ນີ້​ວ່າ, ການ​ແກ້​ໄຂ​ທາງ​ການ​ເມືອງ​ແມ່ນ​ວິທີ​ແກ້​ໄຂ​ບັນຫາ​ຊີຣີພຽງ​ໜຶ່ງ​, ​ເຊິ່ງ​​ເປັນ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ຢ່າງ​ກວ້າງຂວາງ​ໃນ​ປະຊາ​ຄົມ​ໂລກ, ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ບັນຫາ​ຊີຣີ​ເພີ່ມ​ຄວາມ​ຮູ້ສຶກ​ຮີບ​ດ່ວນ, ຊຸກຍູ້​ໃຫ້​ຈັດ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ2​ໂດຍ​ໄວ.