ຂະບວນການຫັນປ່ຽນຮູບແບບການພັດທະນາດ້ານເສດຖະກິດຂອງຈີນຕ້ອງຊອກຫາ"ຈຸດດຸ່ນດ່ຽງຄໍາ" ຢ່າງແມ່ນຢໍາ

(GMT+08:00) 2013-11-06 19:23:40     cri

ເມື່ອບໍ່ດົນມານີ້, ທ່ານຫລີເຄີ້ສ໋ຽງ, ນາຍົກລັດຖະມົນຕີຈີນໄດ້ກ່າວໃນກອງປະຊຸມກ່ຽວກັບທ່າອ່ຽງເສດຖະກິດຈີນວ່າ, ຕ້ອງຊອກຫາ "ຈຸດດຸ່ນດ່ຽງຄໍາ"ລະຫວ່າງຄວາມຈໍາເປັນກັບຄວາມອາດສາມາດ,ການຍົກລະດັບການຫັນປ່ຽນຮູບແບບພັດທະນາກັບການຮັກສາຄວາມໄວ
ຂອງການເຕີບໂຕທີ່ເໝາະສົມເພື່ອຮັກສາການເຕີບໂຕໃຫ້ຢູ່ໃນຂອບເຂດທີ່ເໝາະສົມແລະຮັບປະກັນການປະກອບອາຊີບຢ່າງ​ເໝາະ​ສົມ,ພ້ອມນັ້ນຈະເພີ່ມທະວີການປັບປຸງໂຄງປະກອບແລະອອກແຮງຍົກສູງຄຸນນະພາບແລະເພີ່ມທະວີປະສິດທິພາບ. ທ່ານຫລີເຄີ້ສຽງ ຊີ້ອອກວ່າ, ເສດຖະກິດຈີນໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່,ການຮັກສາຈັງຫວະການເຕີບໂຕຂອງເສດຖະກິດໃນແຕ່ກ່ອນ​ແມ່ນບໍ່ສາມາດປາກົດຜົນເປັນຈິງ​ໄດ້, ​ແຕ່​ວ່າ​ບໍ່​ມີ​ການ​ຄໍ້າປະກັນ​ຂອງ​ຈັງຫວະ​ການ​ເຕີບ​ໂຕ​ໃນ​ລະດັບ​ໃດ​ໜຶ່ງ, ຄວາມ​ຫຍຸ້ງຍາກ​ແລະ​ບັນຫາ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ປະກອບ​ອາຊີບ​ກໍ​ຈະ​ແກ້​ໄຂ​ຍາກ.

ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ຫາວັນ​ທີ 12 ພະຈິກ​ນີ້ ຈະ​ລົງ​ເລິກ​ການ​ຄົ້ນຄວ້າ​ພິຈາລະນາ​ບັນຫາ​ສໍາຄັນ​ໃນ"ການ​ລົງ​ເລິ​ກການ​ປ​ະຕິ​ຮູບ​ຢ່າງຮອບດ້ານ" ​ແລະ​ທໍາ​ການຈັດ​ວາງ​ໃນ​ດ້ານ​ລວມ.