ອິນເດຍໄດ້ສົ່ງຍານສໍາຫລວດດາວອັງຄານດວງທໍາອິດຢ່າງສໍາເລັດຜົນ

(GMT+08:00) 2013-11-06 19:37:43     cri

ເວລາ 14 ໂມງ 38 ນາທີຕອນບ່າຍວັນທີ 5 ພະຈິກນີ້ ເວລາອິນເດຍ, ອິນເດຍໄດ້ສໍາເລັດການຍິງສົ່ງຍານສໍາຫລວດດາວອັງຄານ ດວງທໍາອິດທີ່ຊື່ວ່າ Mangalyaanຢ່າງສໍາເລັດຜົນ ແລະ ໄດ້ເຂົ້າສູ່ວົງໂຄຈອນຂອງໜ່ວຍໂລກຢ່າງສະດວກ ເຊິ່ງໄດ້ສໍາເລັດ ບາດກ້າວທີໜຶ່ງໃນແຜນການສໍາຫລວດດາວອັງຄານຂອງອິນເດຍ, ນີ້ໝາຍຄວາມວ່າອິນເດຍໄດ້ເລີ່ມບາດກ້າວ ໜຶ່ງທີ່ໜັກແໜ້ນໃນຂົງເຂດເຕັກນິກອະວະກາດແລ້ວ.

ຍານສໍາຫລວດດາວອັງຄານທີ່ຊື່ວ່າ Mangalyaan ຄາດວ່າຈະໄປເຖິງດາວອັງຄານໃນວັນທີ 24 ກັນຍາປີໜ້າ. ໜ້າທີ່ຕົ້ນຕໍຂອງ ມັນແມ່ນເກັບໂຮມຫລັກຖານເພື່ອພິສູດດາວອັງຄານວ່າເຄີຍມີສິ່ງທີ່ມີຊີວິດຫລືບໍ່. ໜ້າທີ່ສໍາຫລວດຈະດໍາເນີນໄປເປັນເວລາ 6 ເດືອນ.

ໃນການຍິງສົ່ງຄັ້ງນີ້, ວັນທີ 5 ພະຈິກນີ້, ທ່ານຫົງເຫລີຍ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວວ່າ, ອາວະກາດເປັນຊັບສິນຮ່ວມຂອງມະນຸດ,ທຸກປະເທດລ້ວນແຕ່ມີສິດສໍາຫລວດແລະນໍາໃຊ້ອະວະກາດແບບສັນຕິພາບ. ພ້ອມກັນນັ້ນ, ປະຊາຄົມໂລກຄວນທໍາຄວາມພະຍາຍາມຮ່ວມກັນ ເພື່ອຮັກສາສັນຕິພາບແບບຖາວອນ ແລະການພັດທະນາແບບຍືນຍົງຂອງອະວະກາດ.