ຜູ້ນໍາຈີນໄດ້ກ່າວເຖິງການປະຕິຮູບເປັນເວລາຫລາຍຄັ້ງ ສື່​ມວນ​ຊົນ​ຕ່າງປະ​ເທດ​ກ່າວ​ວ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ໃນ​ການ​ປ່ຽນ​​ແປງ​ໃໝ່

(GMT+08:00) 2013-11-06 19:49:02     cri

ກ່ອນ​ຈະ​​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີ​ນ ​ແລະ​ທ່ານ​ຫລີ​ເຄີ້ສ໋ຽງ, ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​​ເຖິງ​ການ​ປະຕິ​ຮູບ​​ໃນ​ກໍລະນີ​ຕ່າງໆ. ສື່​ມວນ​ຊົນ​ຕ່າງປະ​ເທດ​ເຫັນ​ວ່າ, ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ໃນ​ການ​ປ່ຽນ​​ແປງ​ໃໝ່ຂອງ​ລັດຖະບານ​ຈີນ.

ວັນ​ທີ 2 ພະຈິກ​ນີ້, ຢູ່​ປັກ​ກິ່ງ, ​ໃນ​​ເວລາ​ພົບ​ປະ​ກັບ​ຜູ້ຕາງໜ້າ​ຕ່າງປະ​ເທດ​ທີ່​ເຂົ້!ຮ່ວມ​ກອງ​ປະຊຸມ​ຢູ່​ປັກ​ກິ່ງຂອງ​ສະມາຄົມສະຕະວັດທີ 21, ທ່ານ​ສີ​ຈິ້ນ​ຜິ​ງກ່າວຢ່າ​ງຊັດ​ເຈນ​ວ່າ, ຈີ​ນຍຶດໝັ້ນ​ການ​ປະຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​. ໜັງສືພິມ​ຫລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປຕີ​ລາຄາ​ຕໍ່​​ເລື່ອງ​ນີ້ວ່າ, ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ແລະ​​ເປີດ​ກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ຢ່າງຮອບ​ດ້ານຂອງຈີນ.

ສ່ວນ​ການ​ກະທໍາ​ແລະ​ຄວາມ​ເວົ້າ​ໃນ​ການ​ລົງ​​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່ນ​ອກປັກ​ກິ່ງ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ແລະ​ທ່ານ​ຫລີ​ເຄີ້ສຽງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​​ຄວາມ​ຕັດສິນ​ໃຈ​ໃນ​ການ​ປະຕິ​ຮູບ​ອີກ​ຄັ້ງ​ໜຶ່ງ ​ເຊິ່ງ​ໄດ້​ເຮັດ​ໃຫ້​ສື່​ມວນ​ຊົນ​ຕ່າງປະ​ເທດ​ສາມາດ​ເຂົ້າ​ໃຈຄວາມ​ຕັດສິນ​ໃຈ​ຂອງ​ຈີນໃນ​ການ​ປະຕິ​ຮູບ​.

ວັນ​ທີ 3 ຫາ​ວັນ​ທີ 5 ພະຈິກ​ນີ້, ​​ເວລາ​ລົງ​​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່​ແຂວງຫູ​ໜານ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຮຽກຮ້ອງ​ໃຫ້​ລົງ​ເລິ​ກການ​ປະຕິ​ຮູບ​ແລະ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ​ເລັ່ງລັດ​ການ​ຫັນປ່ຽນ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ, ປ້ອງ​ກັນ​ບໍ່​ໃຫ້ການ​ພັດທະນາ​ປ່ຽນ​ເປັນ​ການ​​ເຕີບ​ໂຕ​ຂອງ GDP .

ວັນ​ທີ 5 ພະ​ຈິກ​ນີ້, ​ເວລາ​ລົງກວດກາ​ຄວາມ​ຄືບ​ໜ້າການ​ປະຕິ​ຮູບກະສິກໍາ​ທີ່​ທັນ​ສະ​ໄໝ, ທ່ານ​ຫລີ​ເຄີ້ສ໋ຽງ​ສະ​ເໜີ​ວ່າ, ກາ​ນພັດທະນາ​ກະສິກໍາ​ທີ່ທັນ​ສະ​ໄໝ​ຕ້ອງ​​ອາ​ໄສການ​ປະຕິ​ຮູບ.

ຕໍ່​ເລື່ອງ​ນີ້, ວັນ​ທີ 6 ພະຈິກ​ນີ້, ໜັງສືພິມ chosun ilbo ຂອງ​ ສ, ​ເກົາຫລີ​ເຫັນ​ວ່າ, ກາ​ນ​ເຄື່ອນ​ໄຫວ​ຂອງ​ຜູ້​ນໍາ​ຈີນ​ເຫລົ່າ​ນີ້​ໄດ້​ສະ​ແດງ​ໃຫ້​​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ທີ່​ໃກ້ຊິດກັບ​ປະຊາຊົນ​ແລະ​ການ​ປະຕິ​ຮູບ. ຄວາມ​ໃກ້ຊິດ​ກັບ​ປະຊາຊົນ, ການ​ປ່ຽນ​ແປງ​ໃໝ່​ແລ​ະການ​ພັດທະນາ​ແບບ​ຍືນ​ຍົງອາດ​ຈະ​ເປັນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຄັ້ງ​ນີ້.