ຄວາມ​ຂັດ​ແຍ້​ງກ່ຽວ​ກັບ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ຂອງ​ໄທຮຸນ​ແຮງ​ຂຶ້ນຕື່ມ ນາງ​ຍິ່ງ​ລັກ ຊິນນະ​ວັດກ່າວ​ວ່າ​ຈະ​ຍອມຮັບ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ວຸດ​ທິສະພາ

(GMT+08:00) 2013-11-07 17:00:43     cri

ວັນ​ທີ 6 ພະຈິກ​ນີ້, ທ່ານ​ທັກສິນ ຊິນນະ​ວັດ, ອະດີດ​ນາຍົກລັດຖະມົນຕີ​ໄທ​ທີ່ພັດ​ຖິ່ນ​ຢູ່​ຕ່າງປະ​ເທດ ​ໄດ້​ຜ່ານ​ທີ່​ປຶກສາ​ດ້ານ​ກົດໝາຍ​ຂອງ​ທ່ານ​ອອກ​ຖະ​ແຫຼງການ ​ໂດຍ​ຂຽນ​ວ່າ: ຜູ້​ຄັດ​ຄ້ານ​ຂອງ​ທ່ານ​ໄດ້​ບິດ​​ເບືອນ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ. ​ທ່ານ​ທັກສິນ ຊິນນະ​ວັດ​ກ່າວໃນ​ຖະ​ແຫຼງການ​ວ່າ: ​ໃນ​ຖານະ​ທີ່​ເປັນ​ອະດີດ​ນາຍົກລັດຖະມົນຕີ, ທ່ານ​ເຄົາລົບ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ປະຊາຊົນ​ໄທ, ​ແຕ່​ທ່ານ​ບໍ່​ສາມາດ​ຍອມຮັບ​ການ​ໄສ່ຮ້າຍ ປ້າຍສີຕໍ່​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ສະບັບ​ນີ້ ​ແລະ ຕໍ່​ທ່ານ​ພ້ອມ​ດ້ວຍ​ຄອບຄົວ​ຂອງ​ທ່ານ​ເອງ​ໄດ້.

ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ​ຄົນ​ປັດຈຸບັນ ​ເຊິ່ງ​ເປັນ​ນ້ອງ​ສາວ​ຂອງ​ທ່ານ​ທັກສິນ ຊິນນະ​ວັດ ກ່າວ​ວ່າ: ບໍ່​ວ່າ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ຕໍ່​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ຂອງ​ວຸດ​ທິສະພາຈະ​ເປັນ​ແນວ​ໃດ​ກໍ່ຕາມ, ລັດຖະບານ​ກໍ​ຈະຍອມ​ຮັບ​ເອົາ​ໄດ້. ວຸດ​ທິສະພາ​ໄທ​ຈະ​ໄຂ​ກອງ​ປະຊຸມ​ຄືນ​ໃໝ່​ໃນ​ວັນ​ທີ 8 ພະຈິກ​ນີ້ ​ແລະ​ມີ​ແຜນ​ຈະ​ເ​ລີ່​ມລະບຽບ​ການຄົ້ນຄວ້າ​ພິຈາລະນາ​ແລະ​ລົງ​ຄະ​ແນນ​ສຽງຕໍ່​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ໃນ​ວັນ​ທີ 11 ພະຈິກ​ນີ້.