ການສະ​ແດງ​ສິລະ​ປະ​ວັນນະຄະດີ​ຂອງ​ສັບປະດາ​ສິລະ​ປະ "ຈີນ​ໃນ​ປັດຈຸບັນ" ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢູ່ກຳ​ປູ​ເຈຍ

(GMT+08:00) 2013-11-07 11:00:47     cri

ວັນ​ທີ 4 ພະຈິກ​ນີ້, ສັບປະດາສິລະ​ປະ "ຈີນ​ໃນ​ປັດຈຸບັນ" ປີ 2013 ​ເຊິ່ງ​ແມ່ນ​ສະຫະພັນ​ວົງ​ການ​ວັນນະຄະດີ​ສິລະ​ປະ​ຈີນ, ກະຊວງ​ວັດທະນະທຳ​ແລະ​ສິລະ​ປະກຳ​ປູ​ເຈຍ ​ແລະ ສະຖານທູດ​ຈີນ​ປະຈຳ​ກຳປູ​ເຈຍ ຮ່ວມ​ກັນ​ຈັດ​ຂຶ້ນ​ນັ້ນ ​ໄດ້​ເລີ່​ມ​ເປີດ​ສາກ​ານສະ​ແດງຢູ່​ໂຮງ​ລະຄອນ​​ເຈ​ກ​ໂຕ​ມຸກ ນະຄອນຫຼວງພະນົມ​ເປັນ​ຂອງ​ກຳປູ​ເຈຍ, ການ​ສະ​ແດງສິລະ​ປະ​ວັນນະຄະດີ​ທີ່​ງົດ​ງາມຂອງສິລະ​ປິນທີ່​ມາ​ຈາກ​ຈີນ​ໄດ້​ຈັດ​ຂຶ້ນສອງ​ເທື່ອ, ​ແລະ​​ໄດ້ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢ່າງຫຼວງຫຼາຍຈາກ​ຜູ້​ຊົມ​ທ້ອງ​ຖິ່ນ.

​ໃນ​ການສະ​ແດງ​ທີ່​ດຳ​ເນີນ​ເປັນ​ເວລາ​ສອງ​ວັນ, ສິລະ​ປິນຜູ້ດີ​ເດັ່ນຫຼາຍໆ​ຄົນ​ຂອງ​ຈີນ ​ໄດ້​ມີ​ການສະ​ແດງ​ໃນ​ລາຍການ​ຕ່າງໆ​ທີ່​ໜ້າ​ຊົມ, ​ເປັນຕົ້ນ​ແມ່ນ ຮ້ອງ​ເພງ, ການຟ້ອນ​, ມາຍາ​ກົນ, ກາຍຍະ​ສິນ ​ແລະ​ອື່ນໆ, ​ໂດຍ​ສະ​ເພາະ​ແມ່ນ​​ເພງ "ລະ​ລຶກ​ເຖິງ​ປະ​ເທດ​ຈີນ" ທີ່​ແຕ່ງ​ໂດຍສົມ​ເດັດ​ພະ​ໂນ​ໂຣດົມ ສີຫະ​ນຸ, ອະດີດ​ມະຫາ​ກະສັດ​ຂອງ​ກຳປູ​ເຈຍ​ທີ່​ໄດ້​ສະຫວັນລະຄົດ​ແລ້ວ ​ເຊິ່ງ​ແມ່ນ​ນັກ​ຮ້ອງ​ໜຸ່ມ​ຈີນ​ຮ້ອງ​​ເປັນພາສາ​ກຳປູ​ເຈຍ​ນັ້ນ ​ໄດ້​ເຮັດ​ໃຫ້​ສະໜາມ​ການສະ​ແດງໃນ​ໂຮງ​ລະຄອນມີບັນຍາກາດ​ອົບ​ອຸ່ນ​ທີ່​ສຸດ.