ຈີນກ້າວ​ເຂົ້າສູ່​ປະ​ເທດທີ່​ຄົ້ນຄວ້າ​ຜະລິດ​ອາວຸດ​ສູ້​ຮົບທາງ​ອາກາດ​ທີ່​ກ້າວໜ້າ​ທັນ​ສະ​ໄໝ​ແຖວ​ໜ້າ​ຂອງ​ໂລກ

(GMT+08:00) 2013-11-07 11:14:37     cri

ວັນ​ທີ 6 ພະຈິກ​ນີ້ ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ສີ​ຈ້າ​ນປິ່ນ, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ອຸດສາຫະກຳ​ການບິນ​ຈີນ ກ່າວ​ວ່າ: ກຸ່ມ​ບໍລິສັດ​ນີ້​ໄດ້​ສ້າງຕັ້ງຂຶ້ນ​​ເປັນ​ເວລາ 5 ປີ​ມາ​ນີ້, ​ໄດ້​ຄົ້ນຄວ້າ​ຜະລິດ​ອາວຸດຍຸດ​ໂທ​ປະກອນທີ່​ສຳຄັນ​ທີ່​ມີ​ລະດັບ​ກ້າວໜ້າ​ໃນ​ໂລກ​ຈຳນວນ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ, ​ເປັນຕົ້ນ​ແມ່ນ ຍົນ​ຂົນ​ສົ່ງ​ຂະໜາດ​ໃຫຍ່ "ຢຸ້ນ-20", ​ຍົນ​ຮົບ​ຂຶ້ນລົງ​ເທິງ​ກຳ​ປັ່ນບັນທຸກ​ເຮືອບິນ "ຈ່ຽນ-15", ຍົນ​ເຮຣີກົບ​ແຕປະກອບ​ອາວຸດ "ຈື-10" ​ແລະ​ອື່ນໆ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ກ້າວເຂົ້າສູ່​ປະ​ເທດ​ຈຳນວນ​ໜ້ອຍ​​ໃນ​ໂລກທີ່ສາມາດ​ຄົ້ນຄວ້າ​ຜະລິດ​ອາວຸດ​ຍຸດ​ໂທ​ປະກອນ​ທາງ​ອາກາດ​ທີ່​ມີ​ລະດັບ​ກ້າວໜ້າ​ຂອງ​ໂລກ​ດ້ວຍ​ຕົນ​ເອງ​ຢ່າງ​ເປັນ​ລະບົບ ​ແລະ ມີຫຼາຍຊະນິດ.

​ໃນຫຼາຍປີຜ່ານມາ​ນີ້, ອາວຸດ​ຍຸດ​ໂທ​ປະກອນ​ທາງ​ອາກາດ​ຂອງ​ຈີນ ​ເຊິ່ງ​ແມ່ນ​ຍົນ​ຮົບ "ຊ່ຽວລົງ" ຫຼື FC-1, ຍົນຝຶກ​ແອບ "​ເລ້​ຢິ່ງ", ຍົນ​ຝຶກ​ແອບ "​ເຄ-8", ຍົນ​ບໍ່​ມີ​ຄົນ​ຂັບ "ຢີ້ລົງ" ​ແລະ ລູກ​ສອນ​ໄຟ​ນຳ​ວິຖີ "ພີ່​ລີ້" ຮຸ່ນ​ຕ່າງໆ ​ເປັນ​ຕົວ​ແທນ ​ໄດ້​ສົ່ງ​ອອກ​ຂາຍ​ໃຫ້​ຫຼາຍປະ​ເທດ​ແລ້ວ, ​​​ເຊິ່ງໄດ້​ບັນລຸ​ການ​ຍົກ​ລະດັບການ​ສົ່ງ​ອອກຍົນ​ຮົບ​ຂອງ​ຈີນ​ຈາກ​ຮຸ່ນ​ທີ​ສອງ​ຂຶ້ນສູ່​ຮຸ່ນ​ທີ​ສາມ ​ແລະ ຈາກ​ຍົນທີ່​ມີ​ຄົນ​ຂັບ​ຫັນ​ໄປ​ສູ່​ຍົນ​ບໍ່​ມີ​ຄົນ​ຂັບ.