ພັກຝ່າຍຄ້ານໄທຮຽກຮ້ອງ​ໃຫ້​ພັກ​ເພື່ອ​ໄທ​ຖອນພະລາຊະບັນຍັດນີລະໂທດກຳ

(GMT+08:00) 2013-11-07 17:40:57     cri
ຕາມຂ່າວCRI: ວັນທີ7ພະຈິກນີ້, ພັກປະຊາທິປັດເຊິ່ງເປັນພັກຝ່າຍຄ້ານຂອງ​ໄທຮຽກຮ້ອງ​ໃຫ້​ພັກ​ເພື່ອ​ໄທ​ເຊິ່ງ​ເປັນ​ພັກ​ກຳ​ອຳນາດ​ແລະ​ລັດຖະສະພາຈົ່ງ​ຖອນພະ​ລາຊະ​ບັນຍັດ​ນີ​ລະ​ໂທດ​ກຳ​ກ່ອນ 18​ ໂມງວັນ​ທີ 11 ພະຈິກ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນພັກ​ດັ່ງກ່າວ​ຈະ​ປະຕິບັດ​ການ​ເຄື່ອນ​ໄຫວ​ທີ່​ຈຳ​ເປັນ. ​ໃນ​ຕອນ​ເຊົ້າມື້​ດຽວ​ກັນ, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ , ນາຍົກລັດຖະມົນຕີ​ໄທ​ໄດ້​ຮຽກ​ໄຂ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ຢ່າງ​ຮີບ​ດ່ວນ​ຢູ່​ສໍານັກງານ​ນາຍົກລັດຖະມົນຕີ, ​ເພື່ອ​ຄົ້ນຄວ້າ​ພິຈາລະ​ນະ​ສະຖານະ​ການ​ຄວາມ​ໝັ້ນຄົງ​ໃນ​ປັດຈຸບັນ​ນີ້, ຮັບ​ຮູ້​ສະພາບ​ການ​​ເຄື່ອນ​ໄຫວຂອງ​ອົງການ​ຄັດຄ້ານຕ່າງໆ.