ການ​ປອດ​ນິວ​ເຄຼຍຢູ່​ແຫຼມ​ເກົາຫຼີ​ແມ່ນໜ້າ​ທີ່​ຮັບຜິດຊອບ​ຮ່ວມ​ກັນ​ຂອງ​ຝ່າຍ​ຕ່າງໆ

(GMT+08:00) 2013-11-07 17:41:50     cri
ຕາມ​ຂ່າວCRI: ວັນ​ທີ 7 ພະຈິກ​ນີ້, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ກອງ​ປະຊຸມ​ຂ່າວ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ການ​ຊຸກຍູ້​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ນັ້ນ​ແມ່ນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ຝ່າຍ​ຕ່າງໆ, ກໍ່​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຮ່ວມ​ກັນ​ຂອງ​ຝ່າຍ​ຕ່າງໆ.

ຕາມ​ການ​ລາຍ​ງານ​ວ່າ, ຜູ້ຕາງໜ້າ​ສ.​ເກົາຫຼີ​, ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ໄດ້​ຈັດການ​ເຈລະຈາ​ຢູ່​ອາ​ເມ​ລິ​ກາ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ສາມ​ຝ່າຍ​ກ່າວ​ວ່າ​ພຽງ​ແຕ່​ສ.ປ.ປ.​ເກົາຫຼີສະ​ແດງຄວາມ​ຈິງ​ໃຈ​ດ້ານ​ການ​ປອດ​ນິວ​ເຄຼຍຈຶ່ງ​ສາມາດ​ຈັດການ​ເຈລະຈາ 6 ຝ່າຍ​ຄືນ​ໃໝ່​ໄດ້, ​ແລະ​ກ່າວ​ວ່າ​ຫຼັກ​ໝັ້ນ​ຂອງ​ຈີນ​ມີ​ຄວາມ​ຜິດ​ໂຕນ​ກັນ​​ໃຫຍ່​ສົມຄວນ​ຖ້າ​ທຽບ​ກັບ​ຫຼັກ​ໝັ້ນ​ຂອງ​ສ.​ເກົາຫຼີ​ແລະ​ອາ​ເມ​ລິ​ກາ. ກ່ຽວ​ກັບ​ເລື່ອງນີ້, ທ່ານ​ຫົງ​ເຫຼີ​ຍກ່າວ​ເນັ້ນ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ຝ່າຍ​ຕ່າງ​ໆທີ່​ກ່ຽວຂ້ອງ, ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ສືບ​ຕໍ່​ຊຸກຍູ້​ຂະ​ບວນການ​ເຈລະຈາ 6 ຝ່າຍ, ບັນລຸ​ໃຫ້ແຫຼມ​ເກົາຫຼີ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອມີ​ຄວາມ​ສະຫງົບ​ຢ່າງ​ຖາວອນ.