ທີ່ປຶກສາດ້ານ​ການ​ຄ້າຂອງປະເທດອາຊຽນປະຈໍາຈີນກ່າວວ່າ, ການ​ສົ່ງ​ອອກ​ລະບົບ​ລົດໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ຈະ​ຊຸກ​ຍູ້​ການ​ແລ​ກປ່ຽນ​ກັນ​ລະຫວ່າງ​ວິ​ສາ​ຫະກິດ​ສອງ​ຝ່າຍ​ໃຫ້​ຫລາຍ​ຂຶ້ນ

(GMT+08:00) 2013-11-07 15:39:31     cri

ວັນ​ທີ 6 ພະຈິກ​ນີ້, ກອງ​ປະຊຸມສົນທະນາ​ດ້ານ​​ເສ​ດຖະກິດການ​ຄ້າຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ຂອງ​ຈີນ, ທີ່ປຶກສາດ້ານ​ການຄ້າຫລາຍ​ທ່ານ​ຂອງ​ປະ​ເທດ​ອາ​ຊຽນ​ປະ​ຈໍາ​ຈີນ​​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ວ່າ, ການ​ສົ່ງ​ອອກລະບົບ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ແລະ​ການ​ກໍ່ສ້າງ​ຕາໜ່າງທາງ​ລົດ​ໄຟ​ສາຍ​ຜ່ານ​ອາຊີ​ຈະ​ຊຸກ​ຍູ້​ການ​ແລ​ກປ່ຽນ​ກັນ​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ຈີນ​ກັບປະ​ເທດ​ອາ​ຊຽນໃຫ້​ຫລາຍ​ຂຶ້ນ.

ທ່ານ​ສີ​ໜິງໜິງ, ຮອງ​ເລຂາທິການ​ໃຫຍ່​ສະພາ​ການ​ຄ້າຈີນ-ອາ​ຊຽນກ່າວ​ວ່າ, ການ​ທີ່​ຈີນ​ສົ່ງ​ອອກ​ອຸປະກອນ​​ແລະ​ເຕັກນິກ​ລະບົບ​ລົດ​ໄຟ​ຄວາມ​ໄວ​ສູງຕໍ່​ປ​ະ​ເທດ​ອາ​ຊຽນຈະ​ເລັ່ງລັດ​ການ​ເຊື່ອມ​ຈອດ​ກັນ​ຂອງ​ອາ​ຊຽນ ​​ແລະ​ການ​ແລ​ກປ່ຽນລະຫວ່າງວິ​ສາ​ຫະກິດ​ສອງ​ຝ່າຍ, ຍັງ​ຈະຊຸກຍູ້​ການ​ຄ້າ​ສອງ​ຝ່າຍ​ແລະ​ການ​ຍົກ​ລະດັບ​​ເຂ​ດການ​ຄ້າ​ເສລີຂຶ້ນ.

ກອງ​ປະຊຸ​ມຄັ້ງ​ນີ້​ແມ່ນ​ຈັດ​ໂດຍ​ສະພາ​ການ​ຄ້າຈີນ-ອາ​ຊຽນ.