ການຊ້ອ​ມຮົບ"ການຊີງ​ເກາະ"ຂອງ​ຍີ່​ປຸນ​ປະ​ເຊີນ​ກັບການ​ປະ​ທ້ວງ​ຂອງ​ປະຊາຊົນ​​ແຂວງໂອ​ກີ​ນາວາ

(GMT+08:00) 2013-11-07 15:51:56     cri

ວັນ​ທີ 6 ພະຈິກ​ນີ້, ການ​ຊ້ອມ​ຮົບ"ການຊີງ​ເກາະ"ຂອງ​ກອງ​ປ້ອງ​ກັນ​ຕົນ​ເອງ​ຂະໜາດ​ໃຫຍ່​ທີ່​ກໍາລັງ​ຈັດ​ຂຶ້ນ​ຢູ່​​ເກາະຄິວ​ຊິວແລະ​​ແຂວງໂອ​ກີ​ນາວາ​ໄດ້ປະ​ເຊີນ​ກັບການ​ປະ​ທ້ວງ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ​ຢູ່​ເກາະ​ມິ​ຢາ​ໂກ​ຂອງ​ແຂວງໂອ​ກີ​ນາວາ.

ນັບ​ແຕ່​ວັນ​ທີ 1 ພະຈິກ​ນີ້​ເປັນ​ຕົ້ນ​ມາ, ຍີ່ປຸ່ນ​ໄດ້​ເລີ່​ມຈັດການຊ້ອ​ມຮົບຂອງ​ກອງ​ປ້ອງກັນ​ຕົນ​ເອງ​ຂະໜາດ​ໃຫຍ່​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຫລາຍ​ກວ່າ 3 ໝື່ນ​ຄົນ. ສະຖານ​ທີ່​ຊ້ອມ​ຮົບ​ໄດ້​ລວມທັງ​ແຂວງໂອ​ກີ​ນາວາ, ​ເປັນ​ການ​ຊ້ອມ​ຮົບ​ຄັ້ງ​ທໍາ​ອິດພາຍ​ໃນ​ຍີ່ປຸ່ນທີ່​ຖື"ການຊີງ​ເກາະ"​ເປັນ​ຫົວຂໍ້​ຕົ້ນຕໍ