ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຖ້າວ່າອາເມລິກາຫາກເອົາໃຈໃສ່ຄວາມປອດໄພ​ດ້ານ​ອິນ​ເຕີ​ເນັດ, ກໍ​ຈະ​ບໍ່​ຄວນ​​ເວົ້າບັນຫາ​ອື່ນ

(GMT+08:00) 2013-11-07 19:09:56     cri
ວັນ​ທີ 6 ພະຈິກ​ນີ້, ​ກໍາມາທິການ​ເສ​ດຖະກິດ​ແລະ​ຄວາມ​ປອດ​ໄພ​ຈີນ-ອາ​ເມ​ລິ​ກາ​ຂອງ​ອາ​ເມ​ລິ​ກາ​ໄດ້​ຍື່ນ​ຮ່າງ​ບົດ​ລາຍ​ງານ​ແກ່​ລັດຖະສະພາ​ວ່າ, ບໍ່​ມີ​ປາກົດການ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພວກເຈາະ​ຂໍ້​ມູນ ຫລື​ແຮກ​​ເກີ​ຂອງ​ກອງທັບ​ຈີນ​ໄດ້​ຢຸດຕິ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ. ຕໍ່​ເລື່ອງ​ນີ້, ວັນ​ທີ 7 ພະ​ຈິກນີ້, ທ່ານ​ຫົງ​ເຫລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ວ່າ, ຈີນ​ມີ​ສຸພາສິດ​ເວົ້າ​ວ່າ, ຜູ້​ທີ່​ເປັນ​ຄົນ​ຂາວ​ສະອາດ, ​ເຖິງ​ຈະ​ບໍ່​ເວົ້າ​ຄວາມ​ໃຫ້​ຜູ້​ອື່ນ​ຮູ້​ກໍ​ຕາມ, ລາວ​ກໍ​ເປັນ​ຄົນ​ຂາວ​ສະອາດ. ຈີນ​​ເປັນ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍຈາກການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ, ລັດຖະບານ​ຈີ​ນຄັດຄ້ານການ​ໂຈມ​ຕີ​ຂອງ​ແຮກ​​ເກີຢ່າ​ງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສົ່ງ​ເສີມການ​ຮ່ວມ​ມື​ສາກົນ ​ແລະ​ສະ​ເໜີ​ວ່າ​ປະຊາ​ຄົມ​ໂລກ​ຄວນ​ຮ່ວມ​ກັນສ້າງ​ອິນ​ເຕີ​ເນັ​ດທີ່​ມີສັນຕິພາບ, ຄວາມປອດ​ໄພ, ເປີດ​ປະຕູ​ສູ່​ພາຍ​ນອກ​​ແລະ​ການ​ຮ່ວມ​ມື. ພາຍ​ໃຕ້​ເບື້ອງ​ຫລັງ​ຂອງ​ເຫດການ​ຕິດຕາມ​ລັກ​​ຟັງ, ຖ້າວ່າ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ອາ​ເມ​ລິ​ກາຫາກເອົາໃຈໃສ່ຄວາມປອດໄພ​ດ້ານ​ອິນ​ເຕີ​ເນັດ​ແທ້, ກໍ​​ບໍ່​ຄວນ​​ເວົ້າບັນຫາອື່ນ.