ວຸດ​ທິສະພາ​ໄທ​ຕົກລົງ​ພິຈາລະນາພະ​ລາຊະ​ບັນຍັດ​ນິລະ​ໂທດ​​ກຳ​ກ່ອນ​ເວລາ​ກຳນົດ

(GMT+08:00) 2013-11-08 10:12:31     cri

ວັນ​ທີ 7 ພະຈິກ​ນີ້, ທ່ານ​ນິຄົມ ​ໄວຣັດພານິດ ປະທານວຸດ​ທິສະພາ​ຂອງໄທ​ປະກາດ​ວ່າ, ຍ້ອນ​ຖືກ​ແຮງ​ກົດ​ດັນ​ຈາກ​ງານ​ຊຸມນຸມ​ປະ​ທ້ວງ​ທີ່​ມີ​ຂຶ້ນ​ເປັນ​ເວລາ​ຫລາຍ​ວັນ, ວຸດ​ທິສະພາ​ຈະພິຈະ​ລະ​ນາ​ຕໍ່ພະ​ລາຊະ​ບັນຍັດ​ນິລະ​ໂທດ​​ກຳ​ສະບັບ​ຮ່າງທີ່​​ມີ​ການ​ໂຕ້​ກຽງ​ກັນ​ຫລາຍ​ນັ້ນ​ກ່ອນ​ເວລາ​ກຳນົດ, ການ​ພິຈາລະນາ​ວາລະ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 8 ພະຈິກ​ນີ້.

ຕາມ​ແຜນການ​​ເດີມ, ພະ​ລາຊະ​ບັນຍັດ​​ນິລະ​ໂທດ​ສະ​ກຳ​ສະບັບ​ນີ້​ຈະ​ມອບ​ໃຫ້​ວຸດ​ທິສະພາ​ພິຈາລະນາ​ໃນ​ວັນ​ທີ 11 ພະຈິກ​ນີ້. ສະ​ນັ້ນ, ສະມາຊິກ​ວຸດ​ທິສະພາ​ຂອງ​ໄທ​ຈຳນວນ​ຫນຶ່ງ​​ແມ່ນ​ບໍ່ພໍ​ໃຈ​ນຳ​ການ​ຕົກລົງ​ຂອງ​ທ່ານ​ນິຄົມ ​ໄວຣັດພານິດ​.ທ່ານ​ສະຫມັກສະມາຊິກ​ວຸດ​ທິສະພາ​ກ່າວ​ວ່າ, ການ​ພິຈາລະນາ​ກ່ອນ​ເວລາ​ກຳນົດ​ອາດ​ຈະ​ເຮັດ​ໃຫ້​ຈຳນວນ​ສະມາຊິກ​ວຸດ​ທິສະພາ​ທີ່​ຄວນ​ເຂົ້າ​ຮ່ວມ​ນັ້ນບໍ່​ຄົບ​ຈຳນວນ​ທີ່​ກຳນົດ​ໄວ້​ໃນ​ກົດຫມາຍ, ​ເຮັດ​ໃຫ້​ ພະ​ລາຊະ​ບັນຍັດ​ສະບັບ​ນີ້​ຈຳ​ເປັນ​ຕ້ອງ​ຖືກ​ເລື່ອນ​ເວລາ​ໄປ​ພິຈາລະນາ​ໃນ​ວັນ​ທີ 11 ພະຈິກ​ນີ້​ອີກ​ເທື່ອ​ຫນຶ່ງ.