ຈັດ​ງານ​ສະຫລອງ​ການ​ສ້າງ​ຕັ້ງ​ສະຫະພັນ​ໂຮງຮຽນສອນ​ພາສາ​ຈີນ​ຂອງ​ຟິລິບ​ປິນ ຄົບຮອບ 20 ປີ

(GMT+08:00) 2013-11-08 10:26:36     cri

ຕອນ​ຄ່ຳ​ວັນ​ທີ 7 ພະຈິກ​ນີ້, ອະທິການ​ບໍດີ​ຫລື​ຜູ່​ຕາງຫນ້າ​ໂຮງຮຽນ​ສອນ​ພາສາຈີນ​ທ່ານ​ໃນທົ່ວ​ປະ​ເທດ​ຟິລິບ​ປິນ ພ້ອມ​ກັບຄູ​ອາຈານ​ຊາວຟິລິບ​ປິນ​ເຊື້ອສາຍ​ຈີນ​ໃນ​ວົງ​ການ​ການ​ສຶກສາ​ພາສາ​ຈີນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນຫລວງ​ມາ​ນີລາ, ​ເພື່ອ​ສະ​ເຫລີ​ສະຫລອງ​ການ​ສ້າງ​ຕັ້ງສະຫະພັນ​ໂຮງຮຽນສອນ​ພາສາ​ຈີນ​ຂອງ​ຟິລິບ​ປິນ​ຄົບຮອບ 20 ປີ.

​ໂຮງຮຽນ​ຈົ່ງ​ຊີ່​ ທີ່​ເປັນ​ໂຮງຮຽນສອນ​ພາສາ​ຈີນ​ແຫ່ງ​ທຳ​ອິດ​ຂອງ​ຟິລິບ​ປິນ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​​ເມື່ອ​ປີ 1899, ຫລັງ​ຈາກ​ນັ້ນ​ໄດ້​ມີ​ໂຮງຮຽນສອນ​ພາສາ​ຈີນ​ຫລາຍ​ແຫ່ງ​​ໄດ້​ຮັບ​ການສ້າງ​ຂຶ້ນ​ ​ກັນ. ​ເດືອນ​ພະຈິກ​ປີ 1993, ​ໂຮງຮຽນສອນ​ພາສາ​ຈີນ 128 ​ແຫ່ງ​ໄດ້​ຮ່ວມ​ກັນສ້າງ​ສະຫະພັນ​ໂຮງຮຽນ​ສອນ​ພາສາຈີນ​ຂອງ​ຟິລິບ​ປິນຂຶ້ນ, ຫລັງ​ຈາກ​ນັ້ນ ​​ໄດ້ເຮັດ​ໃຫ້ການ​ສຶກສາ​ພາສາ​ຈີນ​ຂອງ​ຟິລິບ​ປິນ​ໄດ້​ກ້າວເຂົ້າ​ສູ່​ສັງກາດ​ໃຫມ່.