ອັດຕາ​ວ່າງ​ງານ​ຂອງ​ອິນ​ໂດ​ເນ​ເຊຍ​ສູງ​ຂຶ້ນ

(GMT+08:00) 2013-11-08 10:27:21     cri

ຕົວ​ເລກ​ສະຖິຕິ​ຂອງ​ກົມ​ສະຖິຕິ​ສູນ​ກາງ​ອິນ​ໂດ​ເນ​ເຊຍ​ເຜີຍ​ແຜ່ໃນ​ວັນ​ທີ 6 ພະຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ​ນີ້, ອັດຕາ​ຫວ່າງ​ງານ​ຂອງ​ອິນ​ໂດ​ເນ​ເຊຍ​​ໄດ້​ເພີ່ມ​ຈາກ 6,14% ຂອງ​ປີ​ກາຍ​ສູງ​ຂຶ້ນ​ເຖິງ 6,25%.

ທ່ານ​ຮາ​ຕາ ຣາຈາ​ຊາ ລັດຖະມົນຕີ​ວ່າການ​ກະຊວງວາງ​ແຜນ​ເສດຖະກິດ​ຢ່າງ​ເປັນ​ເອກະ​ພາບ​ກັນ​ຂອງອິນ​ໂດ​ເນ​ເຊຍ​ຊີ້​ອອກ​ວ່າ, ນະ​ໂຍບາຍ​ເງິນ​ເດືອນ​ຕ່ຳ​ສຸດ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ອັດຕາ​ວ່າງ​ງານ​ສູງ​ຂຶ້ນ, ​ເພາະວ່າ​ວິ​ສາ​ຫະກິດ​ຈຳນວນ​ຫນຶ່ງ​ຈຳ​ເປັນ​ຕ້ອງ​ຕັດ​ກຳລັງ​ແຮງ​ງານລົງ​ຍ້ອນ​ນະ​ໂຍບາຍ​ນີ້.