ອິນ​ໂດ​ເນ​ເຊຍ​ຈະ​ໄຕ່​ສວນຊາຍຫນຸ່ມ​ອິນ​ໂດ​ເນ​ເຊຍທີ່​ວາງແຜນຫລອນ​ໂຈມ​ຕີ​ສະຖານທູດ​ມຽນມາ​ປະຈຳ​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-11-08 10:28:15     cri

ຊາຍຫນຸ່ມ​ອິນ​ໂດ​ເນ​ເຊຍຄົນຫນຶ່ງ​​ອາຍຸ 29 ປີ ຊື່ວ່າ:​ເຊ​ພາ​ເຣຍ​ໂນ ມີ​ເຈດ​ຕະນາ​ປຸກລະດົມກໍ່​ການ​ຫລອນ​ໂຈມ​ຕີ​ສະຖານທູດ​ມຽນມາ​ປະຈຳ​ຈາ​ກາ​ຕາຜ່ານທາງອິນເຕີແນັດ, ​ເພື່ອ​ແກ້​ແຄ້ນ​ໃຫ້​ຊາວ​ມຸສລິ​ມ​ໂຣຮິງ​ຢາ​ທີ່​ຖືກສັງຫານຢູ່​ມຽນມາ. ​ໃນ​ຕອນ​ຄ່ຳ​ກ່ອນ​ມື້​ຈະ​ກໍ່​ການ​ຫລອນ​ໂຈມ​ຕີ, ຕຳຫລວດ​ໄດ້​ຈັບ​ຊາຍຫນຸ່ມ​ສອງ​ຄົນ​ທີ່​ຂີ່​ລົດຖີບໃຊ້ແບັດເຕີລີແລະ​ມີວັດຖຸລະ​ເບີດ,​ກໍ່ໄດ້ຈັບຕົວ​ຊາຍຫນຸ່ມ​ອາຍຸ 29 ປີ​ຄະດີນີ້. ວັນ​ທີ 6 ພະຈິກ​ນີ້, ການ​ສືບສວນ​ສອບ​ສວນ​ດັ່ງກ່າວ​ໄດ້​ດຳ​ເນີນ​ຢູ່​ສານ​ທ້ອງ​ຖີ່​ນປະຈຳນະຄອນຫລວງຈາ​ກາ​ຕາ​ໃຕ້.