ລັດຖະມົນຕີ​ການຕ່າງປະ​ເທດ​ຈີນ​ຈະ​ເດີ​ນທາງ​ໄປ​ອິນ​ເດຍ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະລະ​ຫວ່າ​ງລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຣັດ​ເຊຍ​ແລະ​ອິນ​ເດຍ

(GMT+08:00) 2013-11-08 11:13:49     cri

ວັນ​ທີ 7 ພະຈິກ​ນີ້, ຢູ່​ທີ່​ນະຄອນຫລວງ​ປັກ​ກິ່ງ, ທ່ານ​ຫົງ​ເຫລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໂດຍ​ຕອບ​ສະຫນອງຕາມ​ຄຳ​ເຊີນ​ຂອງ​ທ່ານ​ຊາ​ມານ ຮູ​ຊິດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດຍ, ທ່ານ​ຫວາງຍີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ທີ 12 ລະຫວ່າງ​ລັດຖະມົນຕີ​ການ​ຕ່ງປະ​ເທດ​ຈີນ ຣັດ​ເຊຍ​ແລະ​ອິນ​ເດຍ​ແລະ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາຊີ​ເອີ​ລົບ​ຄັ້ງ​ທີ 11 ທີ່​ໄຂ​ຂຶ້ນ​ຢູ່​ອິນ​ເດຍ​ແຕ່​ວັນ​ທີ 10 -11 ພະຈິກ​ນີ້.

ທ່ານ​ຫົງ​ເຫລີ​ຍກ່າວ​ວ່າ, ​ໃນ 10 ກວ່າ​ປີ​ມາ​ນີ້, ກົນ​ໄກ​ຮ່ວມ​ມື​ຈີນ ຣັດ​ເຊຍ​ແລະ​ອິນ​ເດຍ​ໄດ້​ກາຍ​ເປັນ​ເວທີ​ທີ່ສຳຄັນ​ສຳລັບສາມ​ປະ​ເທດ​ປະສານ​ຫລັກ​ຫມັ້ນ, ສະ​ແຫວ​ງຫາ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ, ​ແລະ​ຊອກ​ຫາ​ການ​ຮ່ວມ​ມື.ຈີນ​​ໃຫ້​ຄວາມ​ສຳຄັນຫລາຍ​ຕໍ່​ການ​ພົບ​ປະຄັ້ງ​ທີ 12 ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດສາມ​ປະ​ເທດ.​ໃນ​ໄລຍະການ​ພົບ​ປະ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສາມ​ປະ​ເທດ​ຈະ​ໄດ້​ປຶກສາ​ຫາລື​ກັນ​ເຖິງສະຖານະ​ການ​ສາກົນ​ໃນ​ປັດຈຸບັນ,​ແລະແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ແຕ່ະລຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ແລະ​ລົງ​ເລິກ​ການ​ຮ່ວມມື​ຢ່າງ​ແທ້​ຈິງ​ລະຫວ່າງ​ສາມ​ຝ່າຍ.

ທ່ານ​ຫົງ​ເຫລີ​ຍກ່າວ​ວ່າ, ຈີນ, ຣັດ​ເຊຍ​ແລະ​ອິນ​ເດຍ​ແມ່ນ​ປະ​ເທດ​ທີ່​ມີ​ຕະຫລາດ​ຈະ​ເລີ​ນ​ໃຫມ່, ​ມີ​ຄວາມ​ເຫັນ​ທີ່​ຄື​ກັນ​ຫລື​ຄ້າຍຄື​ກັນ​ໃນ​ບັນຫາ​ສາກົນ​ແລະ​ພາກພື້ນ​ຫລາຍ​ບັນຫາ, ການ​ທີ່ສາມ​ຝ່າຍ​ຮັກສາ​ການ​ສົນທະນາ​ກັນ​ເປັນ​ປະຈຳ, ນັ້ນ​ແມ່ນມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເ​ນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ, ກ້າວ​ເຖິງ​ຂັ້ນ​​ມີ​ຄວາມ​ຮັບ​ຮູ້​ທີ່ຄື​ກັນ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື.ຈີນ​ເຊື່ອ​ວ່າການ​ພົບ​ປະ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ດີ, ​ແລະ​ປະກອບສ່ວນ​ຫລາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​​ແລະການ​ພັດທະນາ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ.