ທ່ານຫຼີເຄີ້ສຽງກ່າວເນັ້ນໃນເວລາຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານເຮນລີ ​ເປົາ​ເຊີນ, ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ວ່າ: ​ເຮັດ​ໃຫ້​ທ່າ​ແຮງ​ຮ່ວມຫັນ​ເປັນ​ກຳລັງ​ດ້ານ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ

(GMT+08:00) 2013-11-08 16:44:56     cri

ຕາມ​ຂ່າວCRI: ວັນ​ທີ7ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ເຮ​ນລີ ​ເປົາ​ເ​ຊີນ, ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຫວັງ​ໃຫ້​ສອງ​ຝ່າຍ​​ເຮັດ​ໃຫ້​ທ່ານ​ແຮງຮ່ວມຫັນ​ເປັນ​ກຳລັງ​ດ້ານ​ການ​ຮ່ວມ​ມື, ພ້ອມ​ກັນ​ນັ້ນຄວບ​ຄຸມ​ຄວາ​ມຂັດ​​ແຍ້ງ​ຢ່າງ​ເໝາະ​ສົມ, ຮ່ວມ​ກັນປົກ​ປັກ​ຮັກສາ​ການ​ພັດທະນາ​ດ້ານ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​. ຫວັງ​ໃຫ້​ອາ​ເມ​ລິ​ກາສ້າງ​ສະພາບ​ແວດ​ລ້ອມ​ການ​ແຂ່ງຂັນ​ທີ່ຍຸດຕິ​ທຳ​ໃຫ້​ວິ​ສາ​ຫະກິດ​ຈີນ​ທີ່​ໄປ​ລົງທຶນ​ຢູ່​ອາ​ເມ​ລິ​ກາ, ​ເຮັດ​ໃຫ້ຂໍ້ຈຳກັດ​ດ້ານ​ການ​ສົ່ງ​ອອກ​​ຜະລິດ​ຕະພັນ​ດ້ານເຕັກ​ໂນ​ໂລ​ຊີລະດັບສູງຕໍ່ຈີນ​ຫຼຸດ​ໜ້ອຍ​ລົງ. ສອງ​ຝ່າຍຄວນ​ເພີ່ມ​ທະວີ​ການ​ປະສານ​ງານ​ກັນ​ດ້ານ​ນະ​​ໂຍບາຍ​ເສດຖະກິດ ມະຫາ​ພາກ, ປະຕິບັດ​ນະ​ໂຍບາຍດ້ານ​ເສດຖະກິດພາຍ​ໃນ​ທີ່​ມີ​ຄວາມ​ຮັບຜິດຊອບ, ​ເຂົ້າ​ຮ່ວມ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ພາກ​ພື້ນດ້ວຍ​ນ້ຳ​ໃຈ​ຢ່າງ​ເປີດປະຕູ, ​ໂປ່ງ​ໃສ, ​ແລະ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຕໍ່​ກັນ​.