ຫົວ​ໜ້າ​ພັກ​ປະ​ຊາ​ທິ​ປັດຂອງ​ໄທ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ລົດ​ໄຟ​ຄວາມ​ໄວ​ສູງ​ລະຫວ່າງ​ຈີນ​ໄທ

(GMT+08:00) 2013-11-08 19:09:17     cri
ຕາມ​ຂ່າວCRI: ວັນ​ທີ11ພະຈິກ​ນີ້, ທ່ານ​ອະພິສິດ ​ເວດ​ຊາ​ຊີວະ, ຫົວໜ້າ​ຂອງ​ພັກ​ປະຊາທິປັດ​ຂອງໄທ​ກ່າວ​ໃນ​ເວລາ​ຊົມ​ການວາງສະ​ແດງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ​ວ່າ, ພັກ​ປະຊາທິປັດ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ໂດຍ​ຕະຫຼອດ​ກ່ຽວ​ກັບ​ຂະ​ບວນການ​​ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ໄທ​ແລະ​ການ​ຮ່ວມ​ມື​ໃນ​ໂຄງການ​ນີ້​ລະຫວ່າງ​ລັດຖະບານ​ຈີນ​ກັບ​ໄທ, ຫວັງ​ໃຫ້ການ​ຮ່ວມ​ມື​ສາມາດ​ກ້າວ​ເຖິງ​ຂັ້ນຕົກລົງກັນ​ໃນ​ສຸ​ດທ້າຍ.

ຈີນຢາກ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ໄທ​ໃນ​ໂຄງການ​ລົດ​ໄຟ​ຄວາມ​ໄສ​ສູງ​ສາຍ​ບາງ​ກອກ-ໜອງ​ຄາຍ, ປະຈຸ​ບັນ​ນີ້​ສອງ​ຝ່າຍ​ໄດ້ຮ່ວມ​ກັນ​ສຳ​ເລັດ​ການ​ຄົ້ນຄວ້າ​ຄວາມ​ອາດເປັນ​ໄປ​ໄດ້​ຂອງທາງ​ລົດ​ໄຟ​ສາຍ​ນີ້.