ພັກ​​ເພື່ອ​ໄທຖອນ​ຄືນ​ຍັດຕິ​ຮ່າງພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳ​ຈາກສະພາ​ຜູ້​ແທນ​ລາຊະ​ດອນ ວຸດ​ທິສະພາ​ຕົກລົງ​ພິຈາລະນາຮ່າງ​ພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳ​ກ່ອນ​ເວລາ​ກຳນົດ

(GMT+08:00) 2013-11-08 19:12:38     cri
ຕາມ​ຂ່າວCRI: ຕອນ​ບ່າຍວັນ​ທີ7ພະຈິກ​ນີ້, ທ່ານ​ນາງ​ຍິ່ງ​ລັກ​ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ​ໄດ້​ກ່າວ​ຄຳ​ປາ​ໄສ​ສຸກ​ເສີນ​, ປະກາດ​ວ່າ​ພັກ​ເພື່ອ​ໄທສະ​ເໜີ​ໃຫ້​ສະພາ​ຜູ້​ແທນ​ລາຊະ​ດອນ​ຂອງ​ລັດຖະສະພາ​ໄທ​ຍົກ​ເລີກ​ການ​ພິຈາລະນາ​ຍັດຕິຮ່າງ​ພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳ​ແລະຍັດຕິ​ປອງ​ດອງ​ກັນ, ສະພາ​ຜູ້​ແທນ​ລາຊະ​ດອນ​ໄດ້ຮັບ​ຜ່ານ​ການ​ຮ້ອງ​ຂໍ​ຂອງ​ພັກ​ເພື່ອ​ໄທດ້ວຍ​ການ​ລົງ​ຄະ​ແນ​ສຽງ. ​ໃນ​ມື້​ດຽວກັນ, ທ່ານ​ນິຄົມ ​ໄວຣັດພານິດ ປະທານວຸດ​ທິສະພາ​ຂອງໄທ​ປະກາດ​ວ່າ, ຍ້ອນ​ຖືກ​ແຮງ​ກົດ​ດັນ​ຈາກ​ງານ​ໂຮມ​ຊຸມນຸມ​ປະ​ທ້ວງ​ທີ່​ມີ​ຂຶ້ນ​ເປັນ​ເວລາ​ຫລາຍ​ວັນ, ວຸດ​ທິສະພາ​ຈະພິຈະ​ລະ​ນາ​ຕໍ່ຮ່າງພະ​ລາຊະ​ບັນຍັດ​ນິລະ​ໂທດ​​ກຳ​ສະບັບ​ຮ່າງທີ່​​ມີ​ການ​ໂຕ້​ກຽງ​ກັນ​ຫລາຍ​ນັ້ນ​ກ່ອນ​ເວລາ​ກຳນົດ, ການ​ພິຈາລະນາ​ວາລະ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 8 ພະຈິກ​ນີ້.

ຫວ່າງ​ມໍ່ໆ​ມາ​ນີ້, ການ​ເຄື່ອນ​ໄຫວ​ປະ​ທ້ວງ​ຂະໜາດ​ໃຫຍ່​ດ້ານ​ການ​ຄັດຄ້ານ​ຍັດຕິ​ຮ່າງພະ​ລາຊະ​ບັນຍັດ​ນິ​ລະ​ໂທດ​ກຳຢ່າງ​ເປັນ​ລະບົບຢູ່​ນະຄອນຫຼວງ​ບາງ​ກອກ​ຂອງ​ໄທ​​ໄດ້​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ, ​ແຕ່​ລະ​ມື້​ກໍ່​ມີ​​ເກືອບໝື່ນ​ຄົນ​ຈັດ​ງານ​ໂຮມຊຸມ​ນຸມ. ທ່ານ​ສຸ​ເທບ ​ເທືອ​ກສຸບັນ, ສະມາຊິກ​ພັກ​ປະຊາທິປັດ​ທີ່​ນຳພາ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ຄັ້ງ​ນີ້​ໄດ້​ຮຽກຮ້ອງ​ໃຫ້​ພັກ​​ເພື່ອ​ໄທ​ຖອນ​ຄືນ​ຍັດຕິ​ຮ່າງພະ​ລາຊະ​ບັນຍັດ​ນິ​ລະ​ໂທດ​ກຳ​ທັງ​ໝົດ​ຈາກ​ລັດຖະສະພາ​ກ່ອນ 18 ​ໂມງ​ວັນ​ທີ 11 ພະຈິກ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ​ພັກ​ປະຊາທິປັດຈະ​ນຳ​ໃຊ້​ການ​ກະທຳ​ຕື່ມ​ອີກ.