ຜູ້​ຊຽວຊານ​ສະ​ວິສກ່າວ​ວ່າບໍ່​ປັດ​ປ່າຍ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່ສາ​ເຫດການ​ເສຍ​ຊີວິດ​ຂອງ​ທ່ານ ອາລາ​ຟັດມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ເປັນ​ພິດ

(GMT+08:00) 2013-11-08 19:18:28     cri
ຕາມ​ຂ່າວ​CRI: ວັນ​ທີ 7 ພະຈິກ​ນີ້, ນັກ​ຄົ້ນຄວ້າ​ສະ​ວິສທີ່​ເຂົ້າ​ຮ່ວມການສື​ບສວນສາ​​ເຫດການ​​ເສຍ​ຊີວິດ​ຂອງ​ທ່ານຢາ​ເຊີນ ອາລາ​ຟັດ​ກ່າວ​ຢູ່​​ເມືອງ​​ໂລ​ຊານ​ຂອງ​ສະ​ວິ​ສວ່າ, ບໍ່​ສາມາດປະຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່ສາ​ເຫດການ​ເສຍຊີວິດ​ຂອງ​ທ່ານ​ອາລາ​ຟັດມີສ່ວນ​ກ່ຽວຂ້ອງ​ກັບ​ການ​ໄດ້​ຮັບ​ສາດ​ຈາກທາດ​ໂປ​ໂລ​ນຽມ.

​ໃນ​ຕອນທ່ຽງມື້​ດຽວ​ກັນ, ສູນ​ຄົ້ນຄວ້າ​ນິຕິແພດ​ສະ​ວິສຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ເມືອງ​​ໂລ​ຊານ. ຫົວໜ້າ​ຂອງ​ສູນ​ດັ່ງກ່າວ​ກ່າວ​ວ່າ, ຫຼັງ​ຈາກນັກ​ຄົ້ນຄວ້າ​ໄດ້​ວິ​ເຄາະ​ເຄື່ອງ​ສ່ວນ​ຕົວ​ຂອງ​ທ່ານ​ອາລາ​ຟັດ​ແລ້ວ​ເຫັນ​ວ່າ, ທາດ​ໂປ​ໂລ​ນຽມ​ເຊິ່ງ​ເປັນ​ທາດ​ກຳ​ມັນ​ຕະພາບລັງສີ​​ໃນ​ເສື້ອ​ຊັ້ນ​ໃນ​​​ເກີນ​ລະດັບ​ປົກກະຕິ, ນອກ​ນີ້​ໃນ​ຕົວຢ່າງ​ການກວດ​ສອບມີ​ທາດ​ໂປ​ໂລ​ນຽມ​ຢ່າງ​ຫຼວງຫຼາຍ​ແລະຊືນ​ທີ່​ເປັນ​ທາດ​ໂລຫະ​ໜັກຢ່າງ​ຫຼວງ​ຫຼາຍ. ການ​ຄົ້ນຄວ້າ​ເຫັນ​ວ່າ​ທ່ານ​ ອາລາ​ຟັດ​ອາດ​ຈະ​​​ໄດ້​ຮັບ​ສານພິດ​ເປັນ​ເວລາ30ວັນ​ແລ້ວ​ເສຍ​ຊີວິດ.