ເຮືອຫາປາຂອງໃຕ້ຫວັນຖືກຍີ່ປຸ່ນກັກຕົວຍ້ອນ​ຖືກ​ສົງ​ໄສ​ຫາ​ປາ​ຢ່າງຜິດ​ກົດໝາຍ ຈີນຮຽກຮ້ອງໃຫ້ແກ້ໄຂເຫດການນີ້ຢ່າງ​ຍຸຕິ​ທໍາ​ແລະ​ເໝະສົມ

(GMT+08:00) 2013-11-08 17:47:08     cri
​ເມື່ອ​ບໍ່​ດົນ​ມາ​ນີ້, ​ເຮືອ​ຫາ​ປາ​​ລໍາ​ໜຶ່ງ​ຂອງ​ໃຕ້​ຫວັນທີ່ບັນທຸ​ກລູກ​ເຮືອ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ 4 ຄົນແລະລູກ​ເຮືອ​ຂອງ​ໃຕ້​ຫວັນ 2 ຄົນ​​ຖືກຝ່າຍ​ຍີ່ປຸ່ນກັກຕົວຍ້ອນ​ຖືກ​ສົງ​ໄສ​​ຫາ​ປາ​ຢ່າງ​ຜິດ​ກົດໝາຍຢູ່​ເຂ​ດທະ​ເລ​ທີ່​ໃກ້​ກັບ​ແຂວງ​ກາ​ໂກ​ຊີ​ມາ​ຂອງ​ຍີ່ປຸ່ນ. ຕໍ່​ເຫດການ​ນີ້, ວັນ​ທີ 8 ພະຈິກ​ນີ້, ທ່ານ​ຫົງ​ເຫລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​​ຢູ່​ນະຄອນຫລວງປັກ​ກິ່ງ​ວ່າ, ຈີນ​ຮຽ​ກຮ້ອງ​ໃຫ້​ພາກສ່ວນທີ່​ກ່ຽວຂ້ອງ​ຂອງ​ຍີ່ປຸ່ນ​ຮັບ​ປະກັນ​ຄວາມ​ປອດ​ໄພ​ແລະ​ສິດປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ລູກ​ເຮືອ​ຈີນແທ້​ຈິງ, ​ແກ້​ໄຂ​ເຫ​ດການ​ນີ້ຢ່າງ​ຕາມ​ກົດ​ໝາຍ, ຍຸຕິ​ທໍາ​ແລະ​ເໝາະ​ສົມ.