ອິນໂດເນເຊຍອາດຈະຍຸດຕິການໃຊ້ຂ່າວລັບຮ່ວມກັບອົສຕຼາລີ

(GMT+08:00) 2013-11-08 17:49:01     cri

ຕໍ່​​ເຫ​ດການ​ທີ່​ສື່​ມວນ​ຊົນ​​ລາຍ​ງານ​ວ່າອົສຕຼາລີ​ໄດ້​ຮ່ວມກັບ​ອາ​ເມ​ລິ​ກາຕິດຕາມ​ລັກ​​ຟັງ​ອິນ​ໂດ​ເນ​ເຊຍ, ທ່ານ​ມາຕີ ນາ​ຕາ​ເລ​ກາ​ວາ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນໂດເນເຊຍກ່າ​ວວ່າ, ອິນ​ໂດ​ເນ​ເຊຍ​ອາດ​ຈະ​ພິຈາລະນາ​ຄືນ​ໃໝ່​ ​ສັນຍາວ່າ​ດ້ວຍ​ການໃຊ້ຂ່າວລັບຮ່ວມກັບອົສຕຼາລີ. ລັດຖະບານ​ອິນ​ໂດ​ເນ​ເຊຍ​ກໍ​ກ່າວ​ວ່າ, ຈະ​ສໍາ​ຫລວດ​ຄືນ​ການ​ຮ່ວມ​ມື​ກັບ​ອົສຕຼາລີ. ​ແຕ່​ວ່າ, ທ່ານ​ຈູ​ລີ ບິ​ຊົບ, ລັດຖະມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອົສຕຼາລີ​​ໄດ້ປະຕິ​​ເສດ​ຄໍາ​ເວົ້າທີ່​ວ່າ​ເລື່ອງຕິດຕາມ​ລັກ​​ຟັງ​​ໄດ້​ເຮັດ​ໃຫ້​ການ​ພົວພັນ​ສອງ​ປະ​ເທດ​ເກີດ​ມີຮອຍ​ແຕກແຫງຂຶ້ນ.

ພາຍຫລັງ​ໄດ້​ເກີດ​ເຫ​ດການລະ​ເບີດ​ຢູ່​ເກາະ​ບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2002 ​ແລະ​ເຫດການ​ລະ​ເບີດກໍ​ການ​ຮ້າຍ​ຢູ່​ສະຖານທູດອົສຕຼາລີປະ​ຈໍາ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2004, ອົສຕຼາລີ​ກັບ​ອິນ​​ໂດ​ເນ​ເຊຍ​ໄດ້​ບັນລຸ​ສັນຍາ​ວ່າ​ດ້ວຍ​ການ​ນໍາ​ໃຊ້​ຂ່າວລັບຮ່ວມ​ຫລາຍ​ສະບັບ.