ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານໄດ້ຮັບຄວາມຄືບໜ້າ ອາເມລິກາ​ອາດ​ຈະ​ພິຈາລະນາ​ຜ່ອນ​ຄາຍ​ການ​ລົງ​ໂທດ​ຕໍ່​ອີຣານ

(GMT+08:00) 2013-11-08 17:50:45     cri

ວິທະຍຸ​ຕ່າງປະ​ເທດ​ລາຍ​ງານ​ວ່າ, ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ວັນ​ທີ 6 ພະຈິກ​ນີ້, ​ເຈົ້າ​ໜ້າ​ທີ່​ຂອງ​ອາ​ເມ​ລິ​ກາ​ກັບ​ອີຣານ​ໄດ້​ຈັດການ​​ເຈລະຈາ​ສອງ​ຝ່າຍ​ຢູ່​ນະຄອນ​ເຊີ​​ແນວ​ຂອງ​ສະ​ວິສ. ວັນ​ທີ 7 ພະຈິກ​ນີ້, ທໍາ​ນຽບຂາວ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຈະ​ພິຈາລະນາ​ກ່ຽວ​ກັບການ​ຜ່ອນ​ຄາຍ​ມາດ​ຕະການ​ລົງ​ໂທດ​ຕໍ່​ອີຣານທີ່​ມີ​ຄວາມ​ຈໍາກັດ.

ຂ່າວ​ແຈ້ງວ່າ, ອີຣານກັບ​ຜູ້ຕາງໜ້າ​ຂອງ 6 ​ປະ​ເທດ ຄື ຈີນ, ອາ​ເມ​ລິ​ກາ, ຣັດ​ເຊຍ, ​ອັງກິດ, ຝຣັ່ງ ​ແລະ​ເຢຍລະ​ມັນ​ກໍາລັງ​ຈັດການ​ເຈລະຈາ​ຢູ່​ນະຄອນ​​​ເຊີແນວ ​ແລະ​ຫວັງ​ວ່າ​ຈະ​ຍຸດຕິ​ສະພາບ​ທີ່​ບໍ່​ໄປ​ບໍ່​ມາ​ທີ່​ເກີດ​ຂຶ້ນ​ຍ້ອນ​ບັນຫານິວເຄຼຍຂອງອີຣານ.

ທໍາ​ນຽນ​ຂາວຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ເຈລະຈາ​ຄັ້ງ​ນີ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ, 6 ຝ່າຍ​ຍິນ​ດີພິຈາລະນາ​ກ່ຽວ​ກັບການ​ຜ່ອນ​ຄາຍ​ມາດ​ຕະການ​ລົງ​ໂທດ​ຕໍ່​ອີຣານຢ່າງມີ​ຄວາມ​ຈໍາກັດ ​ເພື່ອ​ໃຫ້​ອີຣານສະ​ເໜີ​ຫລັກ​ຖານ​ຈະ​​ແຈ້ງທີ່​ພິສູດ​ວ່າ​ຕົນ​ເອງ​ໄດ້​ຍຸດຕິ​ການ​ປ​ະຕິ​ບັດ​​ໂຄງການ​ອາວຸດນິວ​ເຄຼຍ​ແລ້ວ ​ແລະກໍາລັງ​ສືບ​ຕໍ່ດໍາ​ເນີນ​ຕໍ່ໄປ.

ທ່ານ​ໄຈ ຄາ​ນີ, ​ໂຄສົກ​ທໍານຽບຂາວ​ຂອງ​ອາ​ເມ​ລິ​ກາ​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ​ວ່າ, ພາຍຫລັງ​ສອງ​ຝ່າຍ​ໄດ້​ບັນລຸ​ສັນຍາ, ຖ້າວ່າ​ອີຣານບໍ່​ສາມາດ​ປະຕິ​ບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ຂອງ​ຕົນ, ອາ​ເມ​ລິ​ກາຈະ​ບໍ່​ຜ່ອນ​ຄາຍ​ການ​ລົງ​ໂທດ​ຕໍ່​ອີຣານ ​ແລະ​ຈະ​ປະຕິບັດ​ມາດ​ຕະການ​ລົງ​ໂທດທີ່​ເຂັ້ມ​ງວດ​ກວ່າ​​ເກົ່າ.