ບົດ​ລາຍ​ງານຂອງ​ສະຫະ​ປະຊາ​ຊາດ​ຊີ້​ອອກ​ວ່າ​,ປະລິມານຢາ​ເສບ​ຕິດ​ປະ​ເພດ​ອັນ​ຟີ​ດາ​ມີນທີ່​ຍຶດ​ໄດ້ຢູ່​ອາຊີ​ຕາ​ເວັນ​ອອກ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ສ້າງສະຖິຕິ​ໃໝ່​ໃນ​ປະຫວັດສາດ

(GMT+08:00) 2013-11-09 14:17:19     cri
ຕາມ​ຂ່າວCRI: ວັນ​ທີ 8 ພ​ະ​ຈິກ​ນີ້, ຢູ່​ນະຄອນຫຼວງ​ບາງ​ກອກ, ຫ້ອງການ​ຂອງສະຫະ​ປະຊາ​ຊາດ​ກ່ຽວ​ກັບຢາ​ເສບ​ຕິດ ​ແລະ ອາ​ຊະ​ຍາ​ກຳໄດ້​ປະກາດ​ບົດ​ລາຍ​ງານ​ທີ່​ພາດ​ຫົວ​ເລື່ອງ​ວ່າ "ສະຖານະ​ພາບ​ ​ແລະ ທ່າ​ອ່ຽງຢາ​ຊູ​ແຮງ​ປະ​ເພດ​ອັນ​ຟີ​ດາ​ມີນ ​​ແລະ ຢາ​ເສບ​ຕິດ​ອື່ນໆຢູ່​ພາກ​ພື້ນ​ອາຊີ-ປາຊີ​ຟິກປີ 2012". ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ຢາ​ຊູ​ແຮງ​ປະ​ເພດ​ອັນ​ຟີ​ຕາ​ມີນຍັງ​ແມ່ນ​ຢາ​ເສບ​ຕິດ​ຕົ້ນ​ຕໍ​ທີ່​ສຸດ​ທີ່​ແຜ່​ລາມຢູ່​ອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້, ສ່ວນ​ກຸ່ມ​ກໍ່​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ສາກົນ​ກຳລັງ​ເພິ່ມທະວີ​ການ​ຜະລິດ​ຢາ​ເສບ​ຕິດ ​ແລະ ຂະຫຍາຍ​ເຄືອ​ຂ່າຍ​ຄ້າຂາຍ​ຢາ​ເສບ​ຕິດ​ເຖື່ອນ​ຢູ່​​ພາກ​ພື້ນ​ດັ່ງກ່າວ.