ສື່​ມວນ​ຊົນ​ຕ່າງປະ​ເທດ​ເອົາ​ໃຈ​ໃສ່ນຳກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ3​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ18

(GMT+08:00) 2013-11-10 14:10:49     cri

ເນື່ອງ​ໃນ​ໂອກາດກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 18 ​ໄຂ​ຂຶ້ນ, ສື່​ມວນ​ຊົນ​ຕ່າງປະ​ເທດ​ເຫັນ​ໂດຍ​ທົ່ວ​ໄປວ່າ, ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ໃນ​ເວ​ລາພາລະ​ກິດ​ປະຕິ​ຮູບ ​ແລະ ​ເປີດ​ປະຕູ​ສູ່​ພາຍ​ນອກຂອງ​ຈີນ​ເຂົ້າ​ສູ່ໄລຍະຫົວລ້ຽວຫົວ​ຕໍ່​ເທື່ອ​ນີ້​ຈະຕົກລົງ​ນະ​ໂຍບາຍ​ອັນສຳຄັນ, ຈັດ​ສັນ​ໂດຍ​ລວມກ່ຽວກັບ​ການລົງ​ເລິກ​ການ​ປະຕິ​ຮູບ​ຮອບດ້ານ ​ແລະ ຊຸກ​ຍູ້​​ເສດຖະກິດ​ໃຫ້​ພັດທະນາ​​ແບບຍືນ​ຍົງ ​ແລະ ໝັ້ນ​ທ່ຽງ.

"ໜັງສືພິມການ​ເງິນ​ແທມສ໌"ຂອງ​ອັງກິດ​ລາຍ​ງານ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 18 ​ຈະ​ສົ່ງ​ສັນຍານ​ທີ່ຈີນ​ເປັນ​ກຳ​ປັ່ນ​ໃຫຍ່​ລຳ​ນີ້​​ເດີນໄປໜ້າ​ຕາມ​ທິດອັນ​ຖືກຕ້ອງ, ​ເສດຖະກິດ​ຈີນ​ຈະ​ຫັນ​ເປັນ​ຮູບ​ແບບ​ທີ່​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ການ​ບໍລິ​ໂພ​ກ, ການ​ປະດິດ​ສ້າງ​ໃໝ່ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວສານ​ລອຍ​ເຕີ​ລາຍ​ງານ​ວ່າ, ການ​ປະ​ຕິ​ຮູບ ​ແລະ ການ​ເປີດ​ປະຕູ​ສູ່​ພາຍ​ນອກມາ​ເປັນ​ເວລາ 30 ປີ, ​ເຮັດ​ໃຫ້​ຈີນ​ກາຍ​ເປັນອົງ​ກອນ​ເສດຖະກິດ​ອັນ​ດັບ​ທີ​ສອງ​ໃນ​ໂລກ, ​ແຕ່​ພ້ອມ​ກັນ​ນັ້ນ, ຂໍ້​ຂັດ​ແຍ່ງ​ຊັ້ນ​ເລິກ​ເຊິ່ງກໍ່​ນັບ​ມື້​ນັບ​ແຈ່ມ​ແຈ້ງ. ການ​ແກ້​ໄຂຂໍ້​ຂັດ​ແຍ່ງ​ເຫຼົ່າ​ນີ້, ຈະໄດ້​ຮັບການ​ຕອບ​ໃນກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 18.

ຂ່າວສານ​ອາ​​ເອຟ​ເປລາຍ​ງານ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 18 ຈະ​ຕົກລົງ​ທິດ​ທາງ​ໃຫຍ່​​ແຫ່ງ​ການພັດທະນາ​ເສດຖະກິດ​ຈີນ​ໃນ​ອະນາຄົດ, ​ແລະ​ຈະ​ຕົກລົງ​ການ​ປະຕິ​ຮູບເສດຖະກິດ​ຂອງ​ຈີນ​ທີ່​ມີ​ຄວາມ​ໝາຍ​ຍາວ​ໄກ​ອີກ​ເທື່ອ​ໜຶ່ງ.

ຂ່າວສານ​ອາເປລາຍ​ງານ​ວ່າ, ກ່ອນຈັດກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 18, ໝູ່​ຄະນະ​ການນຳ​ຊຸດ​ໃໝ່​ຂອງ​ຈີນ​ໄດ້ປະຕິບັດ​ມາດ​ຕະການ​ປະຕິ​ຮູບ​ຕ່າງໆ ​ເຊັ່ນ,ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ​ແລ້ວ, ມາດ​ຕະການ​​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ເພື່ອ​ປ່ອຍສິດ​ໃຫ້​ຕະຫຼາດ​ຕື່ມອີກ. ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 18 ​ຈະປະກາດ​ໃຊ້​ຂໍ້​ຕົກລົງອັນ​ສຳຄັນ ​ແລະ ດຳ​ເນີນ​ການ​ປະຕິ​ຮູບ​ຮອບ​ໃໝ່.