ລັດຖະບານ​ຟີ​ລິບ​ປີນ​ພະຍາຍາມ​ຟື້ນ​ຟູສະພາບ​ຂອງ​ເຂດ​ປະສົບ​ໄພ​ຈາກ​ພະຍຸ​ໄຮ​ຢ່ຽນ

(GMT+08:00) 2013-11-11 10:37:48     cri
​ເວັບ​ໄຊ​ຂອງ​ສະຖານີ​ວິທະຍຸ​ໂທລະພາບ ABS-CBN ຂອງຟີ​ລິບ​ປີນ​ລາຍ​ງານ​ວ່າ, ຍ້ອນ​ປະສົບຄວາມ​ຫາ​​ນະຈາກ​ພະຍຸ​ໄຮ​ຢ່ຽນຢ່າງ​ໜັກໜ່ວງ, ຄອນທັກ​ໂລ​ບັນ​ແຂວງ​ເລັດ​ຂອງ​ຟີ​ລິບ​ປີນ​ຂາດ​ເຂີນ​ອາຫານ​ແລະ​ເຄື່ອງ​ໃຊ້​, ​ໄດ້​ເກີດ​ເຫດ​ຈະລາຈົນ​ຂຶ້ນ, ປະຊາຊົນ​ທັກ​ໂລ​ບັນ​ຫຼາຍ​ຄົນ​ໄດ້​ເຂົ້າ​ໄດ້​ລັກ​ສິ່ງ​ຂອງ​ແລະ​ເງິນສົດ​ຢູ່​ຕາມ​ຕຶກ​ອາຄານ​ທີ່​ບໍ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່, ວັນ​ທີ 10 ພະຈິກ​ນີ້, ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຮຽກຮ້ອງ​ໃຫ້​ທ່ານ​ອາ​ກີ​ໂນ III, ປະທານາທິບໍດີ​ຟີ​ລິ​ບປີນ​ສົ່ງ​ມີ​ມາດ​ຕະການ​​ເພື່ອຄວບ​ຄຸມສະຖານະ​ການ​ສຸກ​ເສີນ​ດ້ວຍ​ທະຫານ.

ປັດຈຸບັນ, ​ເສັ້ນທາງ​ຫຼາຍ​ສາຍ​ຂອງ​ນະຄອນ​ທັກ​ໂລ​ບັນ​ຍັງ​ບໍ່​ສາມາດສັນຈອນ​ໄປມາ​ໄດ້, ສະໜາມ​ບິນ​ກໍ່​ຖືກ​ທຳລາຍ, ພຽງ​ເປີດ​ບໍລິການຍົນ​ທະຫານ​ທີ່​ດຳ​ເນີນ​ວຽກ​ງານ​ກູ້​ໄພ​ເທົ່າ​ນັ້ນ. ນອກ​ນີ້, ລະບົບ​ການສື່ສານ​ຂອງ​ນະຄອນ​ທັກ​ໂລ​ບັນ​ກໍ່​ຕັດຂາດ, ການ​ຕິດ​ຕໍ່​ພົວພັນຕົ້ນຕໍ​ອາ​ໄສ​ໂທລະສັບ​ຜ່ານດາວ​ທຽມ​ແລະ​ວິທະຍຸສື່ສານ​ທາງ​ທະຫານ​ເທົ່າ​ນັ້ນ.