ພະຍຸໃຕ້​ຝຸ່ນ "​ໄຮ​ຢ່ຽນ" ມຸ້ງ​ໜ້າໄປ​ທິດ​ເໜືອ, ປະຊາຊົນ​ຫວຽດນາມ 6 ​ແສນ​ຄົນ​ໄດ້ຍົກຍ້າຍ​ເພື່ອ​ຫຼີກ​ໄພ

(GMT+08:00) 2013-11-11 10:59:40     cri
ວັນ​ທີ 10 ພະຈິກ​ນີ້, ສູນ​ອຸຕຸນິຍົມ​ສູນ​ກາງ​ຫວຽດນາມ​ແຈ້ງຂ່າວ​ວ່າ, ຈຸດສູນ​ກາງພະຍຸ​ໃຕ້​ຝຸ່ນ "​ໄຮ​ຢ່ຽນ" ກຳລັງ​ເຄື່ອນໄປ​ພາກ​ເໜືອ​ຂອງ​ຫວຽດນາມ, ​ເຂດ​ແຄມ​ທະ​ເລ​ພາກ​ກາງ​ແລະ​ພາກ​ເໜືອ​ຂອງ​ຫວຽດນາມ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ​ໃຕ້​ຝຸ່ນ​ຫົວ​ນີ້. ພາກ​ເໜືອ​ຂອງ​ຫວຽດນາມ​ໄດ້​ຍົກຍ້າຍ​ປະຊາຊົນ 6 ​ແສນ​ຄົນ​ແລ້ວ. ນອກ​ນີ້, ບໍລິສັດ​ການບິນ​ຫວຽດນາມ​ກ່າວ​ວ່າ, ຍ້ອນ​ອາກາດ​ຮ້າຍ​ແຮງ​ຫຼາຍ, ບໍລິສັດການບິນ​ຫວຽດນາມ​ໄດ້​ຍົກ​ເລີກ​ຖ້ຽວ​ບິນ 62 ຖ້ຽວ​ທີ່​ໄປ​ກັບ​ພາກ​ກາງຂອງ​ຫວຽດນາມ.

ຕອນ​ບ່າຍ​ວັນ​ທີ 8 ພະຈິກ​ນີ້, ທ່ານ​ຫງວຽນ​ເຕິນຢຸງ, ນາຍົກລັດຖະມົນຕີຫວຽດນາມ​ໄດ້​ຈັດ​ກອງ​ປະຊຸມ​ສຸກ​ເສີນ, ​ແລະ​ສັ່ງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງວາງ​ແຜນ​ຢ່າງ​ຕັ້ງໜ້າ​ເພື່ອ​ຮັບ​ມື​ກັບ​ພະຍຸ​​ໃຕ້​ຝຸ່ນຫົວ​ນີ້. ນອກ​ຈາກຍົກຍ້າຍ​ປະຊາຊົນ​ແລ້ວ, ​ໂຮງຮຽນ​ກໍ່​ໄດ້​ຢຸດ​ການ​ຮຽນ​ແລະ​ເຂື່ອນນ້ຳ​ເລີ່ມລະບາຍ​ນ້ຳອອກ, ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ກໍ​ກຽມພ້ອມ​​ແລ້ວ​ເພື່ອ​ດຳ​ເນີນ​ວຽກ​ງານ​ກູ້​ໄພ​.