ໄທ​ຂະຫຍາຍ​ການ​ສະໜອງ​ພະລັງງານໄຟຟ້າ​ແກ່​ອາ​ຊຽນ

(GMT+08:00) 2013-11-11 15:23:53     cri
ປະທານ​ບໍລິສັດ​ໄຟຟ້າຣາດ​ບູຣີ ​ເຊິ່ງ​ແມ່ນ​ບໍລິສັດໄຟຟ້າພາກເອກະຊົນທີ່ໃຫຍ່ທີ່​ສຸດ​ຂອງ​ໄທ ກ່າວ​ວ່າ: ​ເພື່ອມີ​ຄວາມ​ຮັບປະກັນດີກ​ວ່າ​ເກົ່າ​ດ້ານ​ຄວາມ​ສາມາດ​ການ​ສະໜອງ​ໄຟຟ້າ​ຂອງ​ໄທ​ໃນ​ອະນາຄົດ, ນອກຈາກ​ສືບ​ຕໍ່​ການ​ກໍ່ສ້າງ​ໂຄງການ​ຢູ່​ໄທ​ແລ້ວ, ຍັງ​ຈະ​ຂະຫຍາຍ​ປະລິມານ​ການ​ຜະລິດ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ​ແລະ​ໄຟຟ້າ​ພະລັງງານ​ນ້ຳ​ຢູ່​ລາວ​ຢ່າງ​ບໍ່​ຢຸດ​ຢັ້ງອີກ​ດ້ວຍ, ພ້ອມ​ກັນນັ້ນກໍ​ຂະຫຍາຍ​ໂຄງການ​ຜະລິດ​ໄຟຟ້າ​ໃນ​ປະ​ເທດ​ອາ​ຊຽນ ​ເຊັ່ນ ມຽນມາ, ຫວຽດນາມ​ແລະ​ຟິລິບ​ປິນ​ເປັນຕົ້ນ, ​ແລະ​ຈະ​ສືບ​ຕໍ່​ການ​ຮ່ວມ​ມືດ້ານການ​ຜະລິດ​ໄຟຟ້າ​ແຮງ​ລົມກັບ​ອົສຕຼາລີຕື່ມ​ອີກ.