ເຈົ້າໜ້າ​ທີ່​ IMF ກ່າວ​ວ່າ ການ​ປະຕິ​ຮູບ​ເສດຖະກິດ​ຂອງ​ຈີນ​ຈະຕື່ມ​ພະລັງ​ແຮງ​ໃໝ່​​ເຂົ້າສູ່​ເສດຖະກິດ​ທົ່ວ​ໂລກ

(GMT+08:00) 2013-11-11 15:35:06     cri

ທ່ານ​ສະ​ເຕ​ເວນ ບາ​ເນັດ, ຫົວໜ້າ​ຫ້ອງການຈີນ ພະ​ແນ​ກອາຊີ​ປາຊີ​ຟິກ ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ​ໄດ້​ຂຽນບົດ​ຄວາມ​ລົງ​ໜັງສືພິມ "​ເຢັນ​ໝິນຢື້​ປ້າວ" ຂອງ​ຈີນສະບັບ​ອອກ​ວັນ​ທີ 11 ພະຈິກ​ນີ້​ ​ໂດຍ​ຂຽນ​ວ່າ: ຈີນ​ປັບຈັງຫວະການ​ເຕີບ​ໂຕ​​ເສດຖະກິດ​ເພື່ອ​ໃຫ້​ມີ​ການ​ພັດທະນາ​ເປັນ​ໄລຍະ​ຍາວ​ກວ່າ​ເກົ່າ ​ແລະ ​ໃນ​ລະດັບ​ສູງ​ກວ່າ​ເກົ່າ​ໃນ​ອະນາຄົດ​ແມ່ນ​ເປັນ​ເລື່ອງ​ສາມາດປະຕິບັດ​ໄດ້.

ທ່ານ​ສະ​ເຕ​ເວນ ບາ​ເນັດ ​ໄດ້​ສະ​ແດງ​ທັດສະນະ​ຂອງ​ຕົນ​ໃນ​ບົດ​ຄວາມ​ວ່າ, ​ເຖິງ​ວ່າ​ເສດຖະກິດ​ຂອງ​ຈີນ​ເຕີບ​ໂຕ​ຊ້າ​ລົງ​ໃນ​ລະດັບ​ໃດ​ໜຶ່ງ, ​ແຕ່​ການຊຸກ​ຍູ້​ການ​ປະຕິ​ຮູບ​ອົງ​ປະກອບ​ເສດຖະກິດ​ຢ່າງ​ລະມັດລະວັງ ​ເຊິ່ງ​ເປັນ​ການ​ແທນ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ​ໃນ​ໄລຍະ​ສັ້ນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ກຳລັງ​ສຸມ​ໃສ່​ຮູບ​ແບບ​ທີ່ເຮັດ​ໃຫ້​ເສດຖະກິດມີ​ການ​ເຕີບ​ໂຕ​ຢ່າງ​ດຸນ​ດ່ຽງ​ກວ່າ​ເກົ່າ​ແລະ​ຕໍ່​ເນື່ອງ.

ບົດ​ຄວາມ​ຊີ້​ອອກ​ວ່າ, ຖ້າ​ສາມາດ​ດຳ​ເນີນ​ການ​ປະຕິ​ຮູບ​ຢ່າງ​ສຳ​ເລັດ​ຜົນ​ໄດ້, ຮອດ​ປີ 2030, ຈີນ​ອາດ​ຈະ​ກາຍ​ເປັນ​ອົງ​ກອນ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ​ໃນ​ຂະນະ​ທີ່​ຈະສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ຕົນຫຼາຍກວ່າ​ເກົ່າ​ນັ້ນ, ການ​ປະຕິ​ຮູບ​ຢ່າງ​ໄດ້ຮັບຜົນ​ສຳ​ເລັດຂອງ​ຈີນ​ກໍ​ຈະ​ເພີ່ມ​ຄວາ​ມຕ້ອງການ​ໃນທົ່ວ​ໂລກ​ຂຶ້ນ​ເຊັ່ນ​ກັນ, ​ແລະ​ເປັນ​ການ​ຕື່ມ​ພະລັງ​ແຮງ​ໃໝ່​​ເພື່ອ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ແລະ​ປອດ​ໃສ​ຂອງ​ເສດຖະກິດ​ໂລກ.