ກຸ່ມຄົນເສື້ອແດງໄທສະໜັບສະໜູນທ່ານນາງຍິ່ງລັກ ຊິນນະວັດຢູ່​ນະຄອນຫຼວງ​ບາງກອກ

(GMT+08:00) 2013-11-11 16:36:15     cri
ຕາມຂ່າວCRI: ວັນທີ10ພະຈິກນີ້, ກຸ່ມຄົນເສື້ອແດງທີ່ນິຍົມລັດຖະບານຫຼາຍນັບພັນຄົນ​ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ຢູ່​ນະຄອນ​ຫຼວງ​ບາງກອກ, ເພື່ອສະ​ແດງ​ກຳລັງ​ການປົກປ້ອງ​ລັດຖະບານ​​ຍິ່ງ​ລັກ ຊິນນະ​ວັດຕໍ່​ຝ່າຍ​ຄ້ານ​ທີ່​ຄັດຄ້ານ​​ພະ​ລາຊະ​ບັນຍັດ​ນິ​ລະ​ໂທດ​ກຳຢ່າງ​ຮຸນ​ແຮງ. ​ໃນ​ມື້​ດຽວກັນ, ມີ​ຊາວ​ໄທ​ທີ່ຕໍ່ຕ້ານ​ລັດຖະບານປະມານ7000ຄົນກໍ່​ໄດ້​ຈັດ​ງານ​ໂຮມ​ຊຸມນຸມແບບ​ສັນຕິ​ຢູ່2​ບ່ອນ​​ທີ່​ນະຄອນຫຼວງ​ບາງ​ກອກເຊັ່ນກັນ.