ເພີ່ມທະວີການພົວພັນຄູ່ຮ່ວມແບບ​ໃໝ່  ຮ່ວມ​ກັນ​ສ້າງ​ອະນາຄົດ​ທີ່​ດີ​ຂອງອາຊີ​-ເອີຣົບ

(GMT+08:00) 2013-11-11 19:00:09     cri
ຕາມ​ຂ່າວCRI: ວັນ​ທີ11ພະຈິກ​ນີ້, ທ່ານ​ຫວາງຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊີ-​ເອີຣົບຄັ້ງ​ທີ11ທີ່​ນະຄອນຫຼວງ​ນິວ​​ແດນ​ລີ​ຂອງ​ອິນ​​ເດຍ​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ.

ທ່ານ​ຫວາງ​ຢິ້​ກ່າວ​ເນັ້ນ​ວ່າ, ພາຍ​ໃຕ້​ເບື້ອງ​ຫຼັງ​ແຫ່ງ​ໂລກາ​ພິວັດ​ແລະການ​ຫັນ​ເປັນຍຸກມູນ​ຂ່າວສານ, ​ໂຊກ​ຊະ​ຕາກຳ​ຂອງ​ອາຊີ​​ແລະເອີຣົບ​ໄດ້​ຕິດ​ພັນ​ກັນນັບ​ມື້​ນັບ​ແໜ້ນ​ແຟ້ນ. ການ​ພັດທະນາ​ຮ່ວມ​ກັນ​ຂອງ​ອາຊີ​​ແລະເອີຣົບມີ​ຜົນ​ດີ​ຕໍ່​ຂະ​ບວນການ​ຫັນ​ເປັນ​ຫຼາຍ​ຂົ້ວຂອງ​ໂລກ, ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້ກຳລັງ​ທົ່ວ​ໂລກດຸ່ນດ່ຽງກວ່າ​ເກົ່າ. ບໍ່​ພຽງ​ແຕ່​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ບັນລຸ​ກາ​ນ​ເຕີບ​ໂຕ​ຢ່າງ​​ແຂງ​ແຮງ, ດຸ່ນດ່ຽງ​ແລະ​ແບບ​ຍືນ​ຍົງ​ເທົ່າ​ນັ້ນ, ​ແຕ່​ໄດ້ເຮັດ​ໃຫ້​​ໂລກມີ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ກວ່າ​ເກົ່ານຳ​ອີກ. ທ່ານ​ຫວາງ​ຢີ້​ໄດ້​ຊີ້​ອອກ​ວ່າ, ຢາກ​ບັນລຸ​ການ​ພັດທະນາຮ່ວມ​ກັນ​ຂອງ​ອາຊີ​ເອີຣົບ, ​ພວກ​ເຮົາກໍ​ຕ້ອງ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ການຊ່ອຍ​ຊູ​ຍູ້​ໜູນ​ກັນ​ດ້ານ​ເສດຖະກິດ, ການ​​ເຊື່ອມໂຍງ​ເຂົ້າກັນ​ດ້ານ​ວັດທະນະທຳ​ລະຫວ່າງອາຊີ​-ເອີຣົບກໍ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍສາມາດ​ຂະຫຍາຍຕົວ​ຫວ້າງ​ອອກ​ຕື່ມ​ອີກ. ຢູ່​ຈຸດ​​ເລີ່​ມຕົ້ນ​ໃໝ່​ຂອງປະຫວັດສາດ​, ອາ​ຊີ​ແລະ​ເອີຣົບສາມາດ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ, ​ເອົາສ່ວນ​ທີ່​ດີ​ເດັ່ນ​ໄປ​ເສີມ​ສ່ວນ​ທີ່​ຂາດ​ຕົນ​ບົກພ່ອງ, ຮ່ວມ​ກັນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນຍົງ.

ທ່ານ​ຫວາງຢີ້​ກ່າວ​ວ່າ, ​ໃນ​ຕໍ່ໜ້າ​ນີ້, ພວກ​ເຮົາ​ຈະ​ຕັດສິນ​ໃຈ​​ເພື່ອ​ຊຸກຍູ້​​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແບບ​ສີຂຽວ, ​ແບບໝູນວຽນ​ແລະ​​ແບບ​ຍືນ​ຍົງ. ການ​ປະຕິ​ຮູບ​ຂອງ​ຈີນຈະ​ບໍ່​ຢຸດ​ຢັ້ງ, ​ແລະການ​ພັດທະນາ​ຂອງ​ຈີນ​ກໍຈະ​ບໍ່​ຢຸດ​ຢັ້ງ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ຜູ້ຕາງໜ້າ​ຂອງ51ປະ​ເທດສະມາຊິກ​ກອງ​ປະຊຸມ​ອາຊີ​-ເອຣົບ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງນີ້.