ກອງ​ປະຊຸມລະດັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາຊີ​-ເອີຣົບຄັ້ງ​ທີ11​ໄຂ​ຂຶ້ນ​ຢູ່​ອິນ​ເດຍ

(GMT+08:00) 2013-11-11 19:01:08     cri
ຕາມ​ຂ່າວCRI: ວັນ​ທີ11ພະຈິກ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາຊີ​-ເອີຣົບຄັ້ງ​ທີ11​​ໄດ້​ໄຂ​ຂຶ້ນ​ຢູ່​ອິນ​ເດຍ, 51ປະ​ເທດສະມາຊິກ​ຂອງ​ກອງ​ປະຊຸມໄດ້​ສົ່ງ​ຜູ້​ແທນເຂົ້າ​ຮ່ວມ, ​ເຊິ່ງລວມທັງ​ລັດຖະມົນຕີ​ການ​ຕ່າງປະ​ເທດ51ທ່ານ. ທ່ານ​ຫວາງ ຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນກໍ​ໄດ້​ນຳພາ​ຄະນະຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້.