ສະຖານະ​ການ​ການ​ເມືອງ​ຂອງ​ໄທ​ເກີດ​ຄວາມ​ວຸ້ນວາຍຍ້ອນ​ພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳ​ ຈີນ​ຫວັງ​ວ່າໄທຈະ​ຮັກສາ​ສະຖຽນ​ລະ​ພາບ​ທາງການ​ເມືອງ

(GMT+08:00) 2013-11-11 19:01:53     cri
ຕາມ​ຂ່າວCRI: ວັນ​ທີ11ພະຈິກ​ນີ້, ທ່ານ​ສິນກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ກອງ​ປະຊຸມ​ຂ່າວ​ທີ່ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ຈີນ​ຫວັງວ່າ​ໄທຈະ​ຮັກສາ​ສະຖຽນ​ລະ​ພາບທາງ​ການ​ເມືອງ, ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແລະ​ປະຊາຊົນດຳລົງຊີວິດ​ການ​ເປັນ​ຢູ່​ຢ່າງ​ມີ​ຄວາມສຸກ.

​ໃນ​ມື້​ດຽວ​ກັນ, ວຸດ​ທິສະພາ​ໄທ​ໄຂ​ກອງ​ປະຊຸມ​​ເພື່ອລົງ​ຄະ​ແນ​ນສຽງ​ກ່ຽວ​ກັບ "ພະ​ລາຊະ​ບັນຍັດ​ນິ​ລະ​ໂທດ​ກຳ", ຍ້ອນ​ວ່າ​ໄດ້​ພົວພັນ​ເຖິງ​ທ່ານ​ທັກສິນ ຊິນນະ​ວັດ, ອະດີດ​ນາຍົກລັດຖະມົນຕີ​ໄທຈະ​ສາມາດ​ສິ້ນສຸດ​ການ​ພັດ​ຖິ່ນ​​ແລະ​ກັບ​ຄືນ​ສູ່​ປະ​ເທດ​ໄດ້​ຫຼື​ບໍ່, ພະ​ລາຊະ​ບັນຍັດສະບັບ​ນີ້​ມີ​ຄວາມ​ຂັດ​ແຍ່ງ​ຫຼາຍ, ​​ແລະ​ພາ​ໃຫ້​ມີ​ການ​ປະ​ທ້ວງ​ຈາກ​ປະຊາຊົນ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ສິນ​ກ່າງ​​ໄດ້​ໃຫ້​ທັດສະນະດັ່ງກ່າວ​ແລະ​ກ່າວ​ວ່າ, ຈີນ​ແລະ​ໄທ​ແມ່ນ​ປະ​ເທດ​​ໃກ້​ຄຽງ​ທີ່​ມີ​​ໄມຕີ​ຈິດມິດຕະພາບ, ຈີນ​ສະ​ແດງ​ຄວາມສົນໃຈຕໍ່​ການ​ຂະຫຍາຍຕົວດ້ານ​ສະຖານະ​ການ​ທາງ​ການ​ເມືອງ​ຂອງ​ໄທ. ຈີນ​ເຊື່ອ​ວ່າ​ລັດຖະບານ​ແລະ​ປະຊາຊົນ​ໄທ​ມີ​ຄວາມ​ສາມາດ​ແກ້​ໄຂ​ບັນຫາ​ທີ່​ມີ​ຢູ່​ໃຫ້​ດີ​ຢ່າງ​ເໝາະ​ສົມ.