ສະຖານນີອຸຕຸນິຍົມສູນກາງຈີນໄດ້ປະກາດເຕືອນພາຍຸໃຕ້ຝຸ່ນໄຮຢຽນລະດັບສີແດງກໍາລັງເຄື່ອນໄປຫາຊາຍແດນຈີນ-ຫວຽດ

(GMT+08:00) 2013-11-11 11:29:51     cri

ວັນ​ທີ 10 ພະຈິກ​ນີ້, ສະຖານນີອຸຕຸນິຍົມສູນກາງຈີນ​ໄດ້ປະກາດເຕືອນພາຍຸ ໃຕ້ຝຸ່ນ​ລະດັບສີ​ແດງ​ລ່ວງ​ໜ້າເປັນລະດັບ​ສູງ​ສຸດ, ພາຍຸໃຕ້ຝຸ່ນໄຮຢຽນຈະ​ຂຶ້ນ​ບົກ​ຢູ່​ເຂດ​ພາກ​ເໜືອ​ຂອງ​ຫວຽດນາມ​ຫາ​ເຂດ​ຊາຍ​ແດ​ນຈີນ-ຫວຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພະຈິກ​ນີ້,  ຫລັງຈາກ​ນັ້ນ​ອາດ​ຈະ​ປ່ຽນ​ທິດ​ໄປ​ທາງ​ທິດຕາ​ເວັນ​ອອກ ​ແລະ​ມີ​ຜົນ​ກະທົບ​ຕໍ່ພາກສ່ວນ​ຕ່າງໆ​ຂອງ​ຈີນ​ເຊັ່ນ​ເຂດ​ກວາງຊີ, ​ແຂວງ​ກວາງຕຸ້ງ, ​​ແຂວງ​ໄຫ​ຫລໍ​າ​ແລະບ່ອນ​ອື່ນ​ໆ.

ຂ່າວ​ແຈ້ງວ່າ, ພາຍຸໃຕ້ຝຸ່ນ ໄຮຢຽນ​ເປັນ​ພາຍຸໃຕ້ຝຸ່ນທີ່​ຮ້າຍ​ແຮງ​ທີ່​ສຸດ​ທີ່​​ເກີດ​ຂຶ້ນ​ໃນ​ເຂດ​ທະ​ເລ​ທົ່ວ​​ໂລກ​ໃນ​ປີ​ນີ້, ຄວາມ​ໄວ​ສູງ​ສຸດ​​ຂອງພາຍຸຫົວ​ນີ້ໃນ​ເວລາ​ຂຶ້ນບົກ​ຢູ່​ຟິລິບ​ປິນ​ແມ່ນ 75 ​ແມັດ​ຕໍ່​ວິນາທີ, ຄວາມ​ແຮງບັນລຸ​ເຖິງ​ລະດັບ​ທີ 17 ຂຶ້ນ​ໄປ ​ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ຜູ້​ບາດ​ເຈັບ​ເປັນ​ຈໍານວນ​ຫລວງ​ຫລາຍ. ປັດຈຸບັນ​ນີ້, ພາຍຸໃຕ້ຝຸ່ນໄຮຢຽນກໍາລັງ​ອ່ອນ​ຄວາມແຮງລົງ​ເທື່ອ​ລະກ້າວ, ຄາດ​ວ່າຄວາມ​ແຮງ​ສູງສຸດ​ໃນ​​ເວລາ​ຂຶ້ນ​ບົກອີກ​ຄັ້ງ​ໜຶ່ງ​ຂອງພາຍຸໄຮຢຽນ ຈະຢູ່ລະ​ດັບ​ທີ 10 ຫາ​ລະດັບ​ທີ 11 ​.