ປະເທດອາຊີຕາເວັນອອກສຽງໃຕ້ຕິດຕາມກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 18 ຂອງ​ພັກ​ກອ​ມມູນິດ​ຈີນ​ຢ່າງ​ໃກ້ຊິດ

(GMT+08:00) 2013-11-11 15:13:02     cri

ປັດຈຸບັນ​ນີ້, ກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 18 ຂອງ​ພັກ​ກອ​ມມູນິດ​ຈີນກໍາລັງ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງປັກ​ກິ່ງ​ຂອງ​ຈີນ. ລັດຖະບານ​ແລະ​ສື່​ມວນ​ຊົນ​ຂອງປະເທດອາຊີຕາເວັນອອກສຽງໃຕ້​ໄດ້​ຕິດຕາມກອງ​ປະຊຸມ​ຄັ້ງ​ນີ້​ຢ່າງ​ໃກ້ຊິດ ​ແລະ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຄວາມ​ໝາຍ​ທີ່​ສໍາຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

ສື່​ມວນ​ຊົນ​ຂອງ​ອິນ​​ໂດ​ເນ​ເຊຍ​ເຫັນ​ວ່າ, ກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 18 ​ເປັນ​ການ​ປະຕິ​ຮູບ​ໃຫຍ່​ຄັ້ງ​ທີ​ສອງທີ່​ລິ​ເລີ່​ມ​ໂດຍພັກ​ກອ​ມມູນິດ​ຈີນ ພາຍຫລັງ​ກອງ​ປະຊຸມ​ຄົບຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 11 ​ແລະ​ຈະ​ວາງ​ທິດທາງ​ນະ​ໂຍບາຍ​ຂອງ​ການ​ພັດທະນາ​ດ້ານ​ເສ​ດຖະກິດ​ສັງຄົມ​ແລະ​ການ​​ເມືອງ​ຂອງ​ຈີນ​ໃນ​ອະນາຄົດ ​ເຊິ່ງມີ​ຄວາມ​ໝາຍທາງ​ປະ​ຫວັດ​ສາດ​ທີ່ສໍາຄັນ​ທີ່​ສຸດ. ປະ​ເທດຈີນ​ທີ່​ເຂັ້ມ​ແຂງ​ແລະ​​ເປີດ​ປະຕູ ມີຄວາມໝັ້ນຄົງ ​ມີ​ແຕ່​ຜົນ​ດີ​ບໍ່​ມີ​ຜົນ​ຮ້າຍ​ຕໍ່​​ໂລກ, ປະຊາ​ຄົມ​ໂລກ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່ກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 18 ຂອງ​ພັກ​ກອ​ມມູນິດ​ຈີນ.

ໜັງສື​ພິມASIA NEWS TIME ຂອງ​ໄທລາຍ​ງານ​ວ່າ, ທົ່ວ​ໂລກ​ກໍາລັງຕິດຕາມກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 18 ຂອງ​ພັກ​ກອ​ມມູນິດ​ຈີນ​ຢ່າງ​ໃກ້ຊິດ. ປະ​ເທດ​ຕ່າງໆ​ໃນ​ໂລກ​ລ້ວນ​ແຕ່​ຢາກ​ຮັບ​ຮູ້ວ່າ, ພາຍຫລັງດໍາ​ເນີນ​ການ​ປະຕິ​ຮູບ​​ແລະ​​ເປີດ​ປະຕູ​ສູ່​ພາຍ​ນອກ​ເປັນ​​ເວລາ 30 ກວ່າ​ປີມານີ້, ​ ​ບາດກ້າວຕໍ່​ໄປ​ຂອງ​ຈີນ​ຈະ​ເປັນ​ແນວ​ໃດ. ການ​ພັດທະນາ​ຂອງ​ຈີ​ນມີອິດ​ທິພົນ​ຕໍ່​ທົ່ວ​ໂລກ, ທິດທາງ​ຂອງ​ຈີນ​ກ່ຽວ​ພັນ​ກັບ​​ອະນາຄົດ​ຂອງ​​ໂລກ. ທ່ານ​ສົມ​ມາດ, ພົນເສນາລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​ລາວ​ກ່າວ​ວ່າ, ກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 18 ຂອງ​ພັກ​ກອ​ມມູນິດ​ຈີນ​ຢ່າງ​ໃກ້ຊິດ​ໄດ້​ເປັນທີ່ດຶງດູດສາຍຕາຂອງຄົນ​ທົ່ວ​ໂລກ, ຢູ່​ລາວມີ​ລາຍ​ງານ​ຂ່າວຫລາຍ​ບົດ​ກ່ຽວ​ກັບ​ກອງ​ປະຊຸມ​ຄັ້ງ​ນີ້. ວົງ​ການ​ຕ່າງໆ​ເຫັນ​ວ່າ, ກອງປະຊຸມ​ຄັ້ງ​ນີ້​ຈະ​ຄົ້ນ​ຄວ້າ​ພິຈາລະ​ນາ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງຮ​ອບດ້ານ, ຈະ​ຊຸກຍູ້​ການ​ປ່ຽນ​​ແປງ​ຢ່າງ​ເລິກ​ເຊິ່ງ​ແລະ​ການ​ພັດທະນາໃນ​ຂົງ​ເຂດ​ຕ່າງໆ​ຂອງ​ເສດຖະກິດ​ສັງຄົມ​ຂອງ​ຈີນຢ່າງ​ແຂງ​ແຮງ​ຕື່ມ​ອີກ, ສ່ວນວ່າ​ລາວ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ຂອງ​ຈີນ​ກໍ​ຈະ​ໄດ້​ຮັບ​ກໍາລັງ​ຊຸກ​ຍູ້​ກາ​ນພັດທະນາ​ທີ່​ຫລາຍ​ກວ່າ​ເກົ່າ. ນອກ​ນີ້, ລາວ​ກັບ​ຈີນ​ມີ​​ເສັ້ນທາ​ງພັດທະນາ​ທີ່​ຄ້າຍຄື​ກັນ, ບົດຮຽນ​ດ້ານ​ການ​ປະຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ່​ສູ່​ພາຍ​ນອກ ​ແລະ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ກໍ​ເປັນ​ບົດຮຽນ​ທີ່​ດີ​ຕໍ່​ລາວເຊັ່ນກັນ.