ໄຂ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ວັກ​ໂຊ​ວີ

(GMT+08:00) 2013-11-11 16:21:08     cri
ວັນ​ທີ 11 ພະຈິກ​ນີ້ ຢູ່​ທີ່​ວັກ​ໂຊ​ວີ ນະຄອນຫຼວງ​ໂປ​ໂລ​ຍ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງທີ 19 ຂອງຝ່າຍ​ທີ່ເຊັນ "ສົນທິສັນຍາ​ຂອບ​ແຫ່ງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ" ​ແລະກອງ​ປະຊຸມ​ຄັ້ງທີ 9 ຂອງ​ຝ່າຍທີ່​ເຊັນ "ສົນທິ ສັນຍາກຽວ​ໂຕ".

ນັບ​ແຕ່​ປີ 2013 ຮອດ​ປີ 2020 ​ແມ່ນ​ໄລຍະ​ຄຳ​ໝັ້ນສັນຍາ​ໄລຍະ​ທີ​ສອງ​ຂອງ "ສົນທິສັນຍາ​ກຽວ​ໂຕ", ​ເປົ້າໝາຍ​ແຫ່ງ​ການ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ ​ແລະ​ບັນດາ​ປະ​ເທດ​ທີ່​ໄດ້​ລົງ​ນາມ​ໃນ​ສັນຍາ​ນີ້ ຈະ​ຫຼຸດ​ກາ​ນລະບາຍ​ມົນ​ລະ​ພິດ​ໃນ​ຈຳນວນ​ເທົ່າ​ໃດ​ໃນ​ໄລຍະ​​ໃຫ້ຄຳໝັ້ນ​ສັນຍາ​ໄລຍະ​ທີ​ສອງ​ນັ້ນ ຈະ​ແມ່ນ​ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ວັກ​ໂຊ​ວີ.

ຫົວ​ຂໍ້​ທີ່​ສຳຄັນ​ອີກ​ຂໍ້​ໜຶ່ງ​ແມ່ນ​ບັນຫາ​ເງິນ​ທຶນ​ແລະ​ເຕັກນິກ. ປີ​ກາຍ​ນີ້ ກອງ​ປະຊຸມ​ໂດ​ຮາ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​​ເອກະ​ສັນ​ກັນ​ຄື: ​ໃນ​ໄລຍະ​ແຕ່​ປີ 2013 ຮອດ​ປີ 2015, ປະ​ເທດ​ທີ່​ພັດທະນາ​ແລ້ວ​ຄວນ​ລົງທຶນ​ບໍ່​ໜ້ອຍ​ກວ່າ 30 ຕື້​ໂດ​ລາ​ສະຫະລັດ​ເພື່ອ​ລົງມື​ປະຕິບັດ​ຢ່າງ​ຮີບ​ດ່ວນ​, ຄື​ສ້າງຕັ້ງ"ກອງ​ທຶນ​ດິນ​ຟ້າ​ອາກາດ​ສີຂຽວ", ​ເພື່ອ​ຊ່ອຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດທະນາ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ແຕ່​ຈົນ​ມາ​ຮອດ​ປັດຈຸບັນ, ​ເງິນ​ທຶນ​ເຫຼົ່າ​ນີ້​ຍັງ​ບໍ່​ທັນ​ໄດ້​ມີ​ເທື່ອ. ​ໃນ​ກອງ​ປ​ະຊຸມ​ທີ່​ວັກ​ໂຊ​ວີ, ການ​ທີ່​ປະ​ເທດ​ທີ່​ພັດທະນາ​ແລ້ວ​ສາມາດ​ປະຕິບັດ​ຄຳ​ໝັ້ນສັນຍາ​ໃນ​ດ້ານ​ເງິນ​ທຶນ​ຕາມ​ເວລາ​ກຳນົດ​ໄດ້​ຫຼື​ບໍ່ ​ແລະ​ກອງ​ປະຊຸມ​ຈະ​ໄດ້​ຮັບ​ໝາກຜົນ​ຫຼື​ບໍ່ ​ແມ່ນ​ຕັດສິນ​ຢູ່​ນຳ​ຄວາມຕ້ອງການ​ທາງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ, ​ເຊິ່ງກໍ​ຄື ປະ​ເທດ​ເຫຼົ່າ​ນີ້​ສາມາດ​ປະຕິບັດ​ຕາມ​ຄວາມ​ຕ້ອງການ​ຂອງ​ສົນທິສັນຍາ​ແລະ​ຄຳ​ໝັ້ນສັນຍາ​ຂອງ​ຕົນ​ຢ່າງ​ແທ້​ຈິງ​ໄດ້​ຫຼື​ບໍ່.