ໝາກຜົນ​ທາງ​ດ້ານ​ເສ​ດຖະກິດ​ທີ່​ມີ​ທ່ວງທ່າ​ດີ​ໃນ​ທ່າມກາງ​ໝັ້ນທ່ຽງ​ທີ່​ໄດ້​ມາ​​ໄດ້​ຍາກ

(GMT+08:00) 2013-11-11 17:15:40     cri
​ເມື່ອ​ຈັງຫວະ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ຈີນ​ໄດ້​ຊ້າ​ລົງ​ໃນ​ໄຕ​ມາດ​ທີ​ສອງ​ຂອງ​ປີ​ນີ້​ແລ້ວ, ປັດຈຸບັນ ​ໄດ້​ໄວ​ຂຶ້ນ​ອີກ​ເທື່ອ​ໜຶ່ງ, ການ​ປັບປຸງ​ອົງ​ປະກອບ ປາກົດ​ມີ​ຈຸດ​ເດັ່ນ​ໃໝ່, ສະພາບ​ການ​ທີ່​ເສດຖະກິດ​ມີ​ຄວາມ​ໝັ້ນທ່ຽງ​ແລະ​ດີ​ຂຶ້ນຄືນ​​ໃໝ່ນັ້ນ ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ.

ຂໍ້​ມູນ​ໃນ​ດ້ານ​ການ​ສົ່ງ​ອອກ​ຂາຍ​ນອກ​ທີ່​ເຜີຍ​ແຜ່​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ເດືອນ​ຕຸລາ​ປີ​ນີ້ ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 6,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ​ເຊິ່ງ​ໄວ​ກວ່າ​​ເດືອນ​ກັນຍາ​ທີ່​ມີ​ຄວາມ​ໄວ 3,3% ນັ້ນຢ່າງ​ເດັ່ນ​ຊັດ, ພ້ອມ​ກັນນັ້ນ ຂາ​ອອກ​ເພີ່ມ​ຂຶ້ນ 5,6%, ​ແຕ່​ເດືອນ​ກັນຍາ​ຊ້ຳພັດ​ບໍ່​ໄດ້​​ເພີ່ມ​ຂຶ້ນ. ທ່ານ​ຫຼີຈ້ຽນ, ນັກຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ກະຊວງ​ການ​ຄ້າ​ຈີນ​ຊີ້​ອອກ​ວ່າ: "ຄາດ​ວ່າ​ໃນ​ສອງ​ເດືອນ​ຕໍ່ໜ້າ, ການ​ຄ້າ​ກັບ​ຕ່າງປະ​ເທດຈະ​ສືບ​ຕໍ່​ມີ​ທ່ວງທ່າ​ທີ່​ດີ​."

ທ່ານ​ລຽນ​ພິງ, ຫົວໜ້າ​ນັກ​ເສດຖະສາດ​ຂອງ​ທະນາຄານ​ຄົມມະນາຄົມຈີນ​​ເຫັນ​ວ່າ: "ຈັງ​ຫວະ​ເຕີບ​ໂຕ​ຂອງ GDP ​ ​ຈາກ 7,7% ​ໃນ​ໄຕ​ມາດ​ທີ​ໜຶ່ງ ໄດ້ຫຼຸດ​ລົງ​ເປັນ 7,5% ​ໃນ​ໄຕ​ມາດ​ທີ​ສອງ, ​ແລະ​ເພີ່ມ​ຂຶ້ນ​ເປັນ 7,8% ​ໃນ​ໄຕ​ມາດ​ທີ​ສາມ, ສາມາດ​ເວົ້າ​ໄດ້​ວ່າ, ​ເສດຖະກິດ​ຂອງ​ຈີນ​ໃນ​ປັດຈຸບັນ​ບໍ່​ພຽງ​ແຕ່​​ໄດ້​ແກ້​ໄຂ​ຄວາມ​ສ່ຽງ​ທີ່​ຈະ​"ຢຸດ​ຈັ້ງ​ແບບ​ກະທັນຫັນ"​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​ຮັກສາ​ທ່າ​ອ່ຽງທີ່​ເພີ່ມ​ຂຶ້ນຢ່າງ​ໝັ້ນທ່ຽງ​ໃນ​ໄລຍະ​ຍາວ​ສົມຄວນ."

​ໃນ​ໜຶ່ງ​ປີ​ມາ​ນີ້ ການ​ທີ່​ຈີນ​ໄດ້​ຮັບ​ໝາກຜົນ​ທາງ​ດ້ານ​ເສດຖະກິດ​ຢ່າງ​ບໍ່​ງ່າຍ ນັ້ນ, ດ້ານ​ໜຶ່ງ​ແມ່ນ​ຍ້ອນ​ສະພາບ​ແວດ​ລ້ອມ​ພາຍນອກ​ທີ່​ຄ່ອຍໆ​ດີ​ຂຶ້ນ, ອີກ​ດ້ານ​ໜຶ່ງ ​ແມ່ນ​​ແຍກ​ອອກ​ຈາກ​ນະ​ໂຍບາຍ​ເສດຖະກິດ​ທີ່​ໜັກ​ແໜ້ນ​ທີ່​ນຳ​ອອກ​ປະຕິບັດ​ໃນ​ປີ​ນີ້​ນັ້ນບໍ່​ໄດ້.

​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະພາບ​ແວດ​ລ້ອມ​ທີ່​ສັບສົນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ, ​ໃນຕົ້ນປີ​ນີ້​ມາ, ລັດ​ໄດ້​​ໃຊ້​ມາດ​ຕະການ​ທີ່​ທັງ​ເຮັດ​ໃຫ້​ເສດຖະກິດ​ໃນ​ປັດຈຸ​ບັນ​ມີ​ຄວາມ​ໝັ້ນທ່ຽງ ທັງ​ມີ​ຜົນ​ປະໂຫຍ​ດຕໍ່​ໄລຍະ​ຍາວ​ໄກ. ພາຍ​ໃຕ້ສະພາບ​ທີ່​ການ​ເງິນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ແມ່ນ​ເລື່ອງ​ທີ່​ເຄັ່ງ​ຕຶງ ​ແລະ​ສະພາບ​ເງິນ​ຄ່ອງ​ໃນ​ຕະຫຼາດ​ຄ່ອຍໆ​ຮຸນ​ແຮງ​ຂຶ້ນ, ນະ​ໂຍບາຍ​ມະຫາ​ພາກ​ທັງ​ບໍ່​ໄດ້​ເພີ່ມ​ຂຸມ​ການ​ເງິນ, ທັງ​ບໍ່​ໄດ້​ໃຊ້​ນະ​ໂຍບາຍ​ຜ່ອນຜັນ​ເງິນຕາ, ​ໂດຍ​ໄດ້​ຮັກ​ສາ​ຄວາມ​ໝັ້ນທ່ຽງ​ຂອງ​ນະ​ໂຍບາຍດ້ານ​ການ​ເງິນ​ແລະ​ເງິນຕາ. ພ້ອມ​ກັນນັ້ນ ​ໄດ້​ນຳ​ອອກ​ປະຕິບັດ​ມາດ​ຕະການ​ທີ່​ເຮັດ​ໃຫ້ການ​ພິຈາລະນາ​ອະນຸມັດດ້ານ​ການ​ບໍລິຫານ​ມີ​ຄວາມກະທັດ​ຮັດ​ ​ແລະ​ປ່ອຍ​ສິດ​ໃຫ້​ວິ​ສາ​ຫະກິດ, ອັນ​ໄດ້​ປຸກລະດົມ​ການ​ລົງທຶນ​ຂອງ​ປະຊາຊົນ​ແລະ​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ວິ​ສາ​ຫະກິດ​ຢ່າງ​ບັງ​ເກີດ​ຜົນ.

ພາຍ​ໃຕ້​ການ​ຊຸກຍູ້​ຂອງ​ມາດ​ຕະການ​ຕ່າງໆ, ມີ​ວີ​ແວວ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເສດຖະກິດ​ຂອງ​ຈີນ​ໄດ້​ມີ​ກຳລັງ​ພັດທະນາ​ທີ່​ແຂງ​ແຮງ​ຂຶ້ນຕື່ມ​ອີກ, ການ​ບໍລິ​ໂພ​ກ​ໄດ້​ເສີມຂະຫຍາຍ​ບົດບາດ​ທີ່​ສຳຄັນ​ກວ່າ​ເກົ່າ​ຕໍ່​ການ​ພັດທະນາ​ເສດຖະກິດ; ຄວາມ​ໄວ​ເພີ່ມ​ຂຶ້ນຂອງ​ອຸດສາຫະກຳ​ເຕັກນິກສູງ​ໃນ​ທົ່ວ​ປະ​ເທດ​​ໄດ້​ສືບ​ຕໍ່​ໄວ​ກວ່າ​ອຸດສາຫະ ກຳ​ທີ່​ມີ​ລາຍ​ໄດ້​ຫຼາຍກວ່າ 5 ລ້ານ​ຢວນຕໍ່​ປີ, ການສິ້ນ​ເປືອງ​ພະລັງງານ​ຂອງ GDP ​ແຕ່​ລະ​ຫົວໜ່ວຍ​ໃນ​ທົ່ວ​ປະ​ເທດ​ສືບ​ຕໍ່​ຫຼຸດ​ໜ້ອຍ​ລົງ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້; ອັດຕາ​ສ່ວນ​ຂອງ​ຂະ​ແໜງ​ການ​ບໍລິການ​ໃນ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃ​ນ​ໄດ້​ສູງ​ຂຶ້ນ​ເລັກ​ນ້ອຍ.