ທ່າ​ນມາ​ຢິງຈິ​ວກ່າວ​ອີກ​ວ່າ​ຈະ​ບໍ່​ຊຸກຍູ້​ໃຫ້​ມີ"ສອງ​ປະ​ເທດ​ຈີນ"ຫຼື"ຈີນ​ໜຶ່ງ​ໄຕ້​ຫວັນ​ໜຶ່ງ"

(GMT+08:00) 2013-11-11 17:24:41     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 11 ພະຈິກ​ນີ້ ທ່ານ​ມາ​ຢິງຈິ​ວ, ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຄັ້ງທີ​ໜຶ່ງ​ຂອງ​ຄະນະ​ກຳມະການ​ປະ​ເມີນ​ສູນ​ກາງ​ພັກ​ກົກ​ມິນ​ຕັງ​ສະ​ໄໝ​ທີ 19 ວ່າ, ຫວັງ​ວ່າ​ຈະ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ບົນ​ພື້ນຖານ"ຄວາມ​ຮັບ​ຮູ້​ທີ່​​ເປັນ​ເອກະສັນ​ກັນ​ໃນ​ປີ 1992, ຈະ​ບໍ່​ຊຸກຍູ້​ການ​ມີ"ສອງ​ປະ​ເທດ​ຈີນ", "ຈີນ​ເປັນ​ປະ​ເທດ​ໜຶ່ງ,​ໄຕ້​ຫວັນ​ເປັນ​ປະ​ເທດ​ໜຶ່ງ" ຫຼື "​ໄຕ້​ຫວັນ​ເປັນ​ເອກ​ະລາດ", ​ແລະ​ກ່າວ​ວ່າ, ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ສອງ​ຝັ່ງ​ແມ່ນ​ປະຊາ​ຊາດ​ຈີນ​ທັງໝົດ, ລ້ວນ​ແຕ່​ແມ່ນ​ລູກ​ຫຼານ​ຂອງ​ເຈົ້າຮວງ​ຕີ້​ແລະ​ເຈົ້າຢຽນຕີ້.

ຄຳ​ເວົ້າດັ່ງກ່າວ​ຂອງ​ທ່ານ​ມາ​ຢິງຈິ​ວ​ໃນ​ກອງ​ປະຊຸມຄັ້ງທຳ​ອິດ​ຂອງ​ຄະນະ​ກຳມະການ​ປະ​ເມີນ​ສູນ​ກາງ​ພັກ​ກົກ​ມິນ​ຕັງ​ສະ​ໄໝ​ທີ 19 ນັ້ນ​ໄດ້​ສືບຕໍ່​ແລະ​ສ່ອງ​ແສງ​ໃຫ້​ເຫັນ​ນ້ຳ​ໃຈ​ຂອງ​ໂຄງ​ຮ່າງ​ນະ​ໂຍບາຍ​ທີ່​ຮັບຮອງ​ໃນ​ກອງ​ປະຊຸມ​ຜູ້​ແທນ​ຄົບ​ຄະນະ​ຂອງ​ພັກ​ກົກ​ມິນ​ຕັງ​ຄັ້ງທີ 19. ​ໂຄງ​ຮ່າງ​ດັ່ງກ່າວ​ໄດ້​ກຳນົດ​ເອົາ "ການສ້າງ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ໃຫ້​ແກ່​ສອງ​ຝັ່ງ, ພັດທະນາ​ການ​ພົວພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ" ​ເປັນ​ໜຶ່ງ​ໃນ 10 ນະ​ໂຍບາຍ​ການ​ເມືອງ​ຂອງ​ພັກ​ກົກ​ມິນ​ຕັງ​ໃນ​ອະນາຄົດ, ທ່ານ​ມາ​ຢິງຈິ​ວກ່າວອີກ​ວ່າ, ຈະ​ຜັນ​ຂະຫຍາຍ "ຄວາມ​ປາຖະໜາ​ຮ່ວມ 5 ຂໍ້​ຂອງ​ທ່ານ​ຮູ​ຈິນທ່າວ​ແລະ​ທ່ານ​ລຽນຈ້າ​ນ" ທີ່​ມີ​ຂຶ້ນ​ໃນ​ປີ 2005, ຊຸກຍູ້​ການ​ແລກປ່ຽນ​ກັນ​ລະຫວ່າງ​ສອງ​ຝັ່ງ​ຢ່າງ​ຕໍ່​ເນື່ອງ, ​ແລະ​ຊຸກຍູ້​ສັນຕິພາບ​ຖາວອນ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ.