ສານ​ສາກົນ​ຕັດສິນ​​ໃຫ້ກຳປູ​ເຈຍ​ມີ​ສິດ​ເໜືອ​ອະທິປະ​ໄຕ​ຕໍ່​ວັດ​ບູຮານ​ທີ່​ມີ​ຂໍ້​ຂັດ​ແຍ່ງ​ຢູ່​ຊາຍ​ແດນ​ໄທ​ກັບ​ກຳປູ​ເຈຍ, ນາຍົກລັດຖະມົນຕີ​ໄທ​ຮຽກຮ້ອງ​ໃຫ້​ປະຊາຊົນ​​ໄທ​​ແລະ​ກຳປູ​ເຈຍ​ຈົ່ງ​ປະ​ຖິ້ມ​ຂໍ້​ຂັດ​ແຍ່ງ, ທຳ​ຄວາມ​ພະຍາຍາມ​ໃຫ້​ແກ່​ສັນຕິພາບ​ຕາມ​ຊາຍ​ແດນ

(GMT+08:00) 2013-11-12 11:07:16     cri
ວັນ​ທີ 11 ພະຈິກ​ນີ້​ຢູ່​ນະ​ຄອນ​ລາ​ໄຮ, ສານ​ສາກົນ​ຕັດສິນ​ວ່າກຳປູ​ເຈຍ​ມີ​ສິດ​​ເໜືອອະທິປະ​ໄຕ​ຕໍ່​ວັດ​ບູຮານ​ທີ່​ມີ​ຂໍ້​ຂັດ​ແຍ່ງ​ຢູ່​ຊາຍ​ແດນ​ໄທ​ກັບ​ກຳປູ​ເຈຍ. ສານ​ສາກົນ​ອອກ​ຖະ​ແຫຼ​ງການ​ວ່າ, ຜາສາດ​​ເປຼຍວິ​ເຮ​ຍ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ກຳປູ​ເຈຍ, ກຳປູ​ເຈຍ​ມີ​ສິດ​ເໜືອ​ອະທິປະ​ໄຕ​ຕໍ່​ດິນ​ແດນ​ຂອງ​ຜາສາດ​​ເປຼຣວິ​ເຮ​ຍ, ​ໄທ​ຕ້ອງ​ຖອນ​ທະຫານ​ຕຳຫຼວດ​ທີ່​ປະຈຳ​ຢູ່​ເຂດ​ດັ່ງກ່າວອອກ.

ຂໍ້​ຂັດ​ແຍ່ງ​ກ່ຽວ​ກັບ​ຜາສາ​ດ​ເປຼຍ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ໄທ​ກັບ​ກຳປູ​ເຈຍ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ. ສາ​ນສາກົນ​ເຄີຍ​ຕັດສິນຄະດີ​ນີ້​ແລ້ວໃນ​ປີ 1962, ​​ເຖິງ​ວ່າ​ໄທ​ໄດ້​ຮັບຮອງ​ການ​ຕັດສິນ​ດັ່ງກ່າວ​ແລ້ວ, ​ແຕ່​ໄທ​ປະຕິ​ເສດ​ບໍ່​ຮັບ​ຮູ້ແຜນ​ທີ່​ລ່າ​ເມືອງ​ຂຶ້ນ​ຂອງຝລັ່ງທີ່​ສ້າງ​ຂຶ້ນ​ໃນ​ປີ 1904, ​ແຜນ​ທີ່​ສະບັບ​ນີ້​ຫາກ​ແມ່ນ​ບ່ອນ​ອີງ​ຂອງ​ການ​ຕັດສິນ​ຂອງ​ສານ​ສາກົນ. ບໍລິສັດ BBC ຂອງ​ອັງກິດ​ກ່າວ​ວ່າ, ການ​ຕັດສິນ​ຂອງ​ສານ​ສາ​ກົນ​ເທື່ອ​ນີ້​ແມ່ນ​ການຕີ​ຄວາມຂອງ​ສານ​ສາກົນ​ກ່ຽວ​ກັບ​ການ​ຕັດສິນ​ໃນ​ປີ 1962, ມາ​ແລ້ວການ​ຕັດສິນ​ເທື່ອ​ນີ້​ບໍ່​ສາມາດ​ຍື່ນ​ອຸທອນ​ໄດ້​ອີກ.

ຕໍ່​ເລື່ອງ​ນີ້, ວັນ​ທີ 11 ພະຈິກ​ນີ້, ທ່ານ​ນາງຍິ່ງຈັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ​ຮຽກຮ້ອງ​ໃຫ້​ປະຊາຊົນ​ສອງ​ປະ​ເທດຈົ່ງ​ປະ​ຖິ້ມ​ຂໍ້​ຂັດ​ແຍ່ງ, ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ທ່ານ​ນາງ​ຍິ່ງລັດກ່າວ​ວ່າ, ​ໄທ​ຍັງ​ບໍ່​ທັນ​ໄດ້​ເສຍ​​ດິນ​ແດນເຂດ​ທີ່​ມີ​ຂໍ້​ຂັດ​ແຍ່ງ​ທີ່​ສຳຄັນ​ທີ່​ສຸດ, ​ເຖິງ​ແນວ​ໃດ​ກໍ​ຕາມ, ສອງ​ປະ​ເທດ​ມີ​ທີ່ວັດທະນະທຳ​ແລະ​ປະຫວັດສາດ​ທີ່​ໃກ້ຊິດ​ກັນ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ມີ​ປະຫວັດ​ຍາວ​ນານ​ມາ​ແຕ່​ບູຮານ​ນະ​ການ, ຫວັງ​ວ່າ​ສອງ​ຝ່າຍຈະ​ສາມາດ​ສາມັກຄີ​ກັນ​ແລະ​ພັດທະນາ​ຮ່ວມ​ກັນ​ໄດ້.