ອາ​ຊຽນຈະ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ກັບອິນ​ເດຍ

(GMT+08:00) 2013-11-12 11:08:38     cri
ຫວ່າງ​ມໍ່ໆ​ມາ​ນີ້, ອາ​ຊຽນ​ແລະ​ອິນ​ເດຍປະກາດ​ວ່າຈະ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ກ່ຽວ​ກັບ​ການ​ຄ້າການ​ບໍລິການ​ແລະ​ການ​ລົງທຶນ​ໃນ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂອງ​ອົງການ​ການ​ຄ້າ​ໂລກ​ທີ່​ຈະຈັດ​ຂຶ້ນຢູ່​ເກາະ​ບາ​ຫຼີ​ໃນ​ເດືອນ​ທັນວາ​ປີ​ນີ້, ຕາມ​ແຜນການ, ສັນຍາ​ສະບັບ​ນີ້​ຈະ​ມີຜົນ​ບັງຄັບ​ໃຊ້​ໃນ​ເດືອນ​ກໍລະກົດ​ປີ 2014.

ອາ​ຊຽນ​ແລະ​ອິນ​ເດຍ​ເຄີຍ​ຕົກລົງຮ່ວມ​ກັນ​ວ່າ​ຈະ​ເຊັນ​ສັນຍາ​ດັ່ງກ່າວ​ໃນ​ປີ 2009, ​ແຕ່​ຍ້ອນ​ວ່າ​ປະ​ເທດ​ອາ​ຊຽນຈຳນວນ​ໜຶ່ງມີ​ຄວາມ​ເປັນ​ຫວ່ງວ່າຈະ​ມີ​ຜົນ​ກະທົບ​ເຖິງ​ການ​ປະກອບ​ອາຊີບ​ຂອງ​ປະ​ເທດ​ຕົນຈຶ່ງ​ໄດ້​​​ເລື່ອນ​ເວລາ​​ເຊັນ​ສັນຍາອອກ​ໄປ​ຫຼາຍ​ເທື່ອ. ປັດຈຸບັນ, "ສັນຍາ​ການ​ຄ້າ​ອາ​ຊຽນກັບ​ອິນ​ເດຍ"​ໄດ້​ເລີ່​ມປະຕິບັດ​ໃນ​ເດືອນ​ສິງຫາ​ປີ 2011, ​ຖ້າວ່າ​ເຊັນ​ສັນຍາ​ສະບັບ​ໃໝ່, ສັນຍາ​ການ​ຄ້າ​ສອງ​ສະບັບນີ້​ຈະ​​ເຊື່ອມ​ເຂົ້າ​ເປັນ​ສະບັບດຽວ​ກັນ.