ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງກ່າວ​ວ່າ ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານທີ່​ເຊີ​ແນວ​ເກືອບ​ຈະ​ບັນລຸ​ຂໍ້​ຕົກລົງ​​ແລ້ວ

(GMT+08:00) 2013-11-12 17:19:36     cri
ວັນ​ທີ 11 ພະຈິກ​ນີ້, ທ່ານ​ໂຣລາງ ຟາ​ບຸດ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງ ກ່າວ​ວ່າ: ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານທີ່​ເຊີ​ແນວ ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ນັ້ນ ​ໄດ້​ມີຄວາມ​ຄືບ​ໜ້າ​ ​ເຊິ່ງອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ຣັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ​ໄດ້​ບັນລຸ​ຄວາມ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ເອກະສານ​ສະບັບ​ໜຶ່ງ, ​ແຕ່ 6 ປະ​ເທດ​ດັ່ງກ່າວ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ກັບ​ອີຣານ ​ໃນ​ສອງ​ສາມ​ບັນຫາ.