ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ABC ຄວນ​ໃຫ້​ຄຳ​ຕອບ​ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ເຫດການ​ຄ້າຍຄື​ກັນ​ອີກ

(GMT+08:00) 2013-11-12 17:21:05     cri
ວັນ​ທີ 11 ພະຈິກ​ນີ້, ທ່ານ​ສິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ໃຫ້​ທັດສະນະ​ກ່ຽວ​ກັບຊາວ​ອາ​ເມ​ລິ​ກາ​ເຊື້ອສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວທີ່​ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ຈັດ​ງານ​ຊຸມນຸມ​ເພື່ອ​ປະ​ທ້ວງ​ບໍລິສັດ​ກະຈາຍສຽງ​ອາ​ເມ​ລິ​ກາ ຫຼື ABC ທີ່ຢຽບ​ຫຍາມ​ຊາວ​ຈີນ​ໃນ​ລາຍ​ການ​ອອກ​ອາກາດ​ຂອງ​ຕົນ. ທ່ານ​ສິນ​ກ່າງ ກ່າວ​ວ່າ: ABC ຫວ່ານ​ຖ້ອຍ​ຄວາມ​ດູ​ຖູກ ຈຳ​ແນ​ກ​ເຊື້ອ​ຊາດ​ແລະ​ກໍ່​ອາ​ຄາດ​ບາດໝາງ​ລະຫວ່າງ​ເຊື້ອ​ຊາດ, ​ໄດ້​ຝືນ​ກັບ​ຄວາມ​ຮັບ​ຜິດຊອບ​ຂອງ​ສື່​ມວນ​ຊົນຕໍ່​ສັງຄົມ. ABC ຄວນ​ປະຕິບັດ​ຕໍ່​ຄວາມ​ຜິດພາດ​ຂອງ​ຕົນ​ຢ່າງ​ຖືກຕ້ອງ, ​ໃຫ້​ຄຳ​ຕອບ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຄວາມ​ຮຽກຮ້ອງ​ອັນ​ຊອບ​ທຳ​ຂອງ​ຊາວ​ອາ​ເມ​ລິ​ກາ​ເຊື້ອສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ, ​ແລະ ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ເຫດການ​ຄ້າຍຄື​ກັນ​ອີກ.