ຟີ​ລິບ​ປິນເຂົ້າ​ສູ່​ພາວະ​ໄພພິບັດ​ຍ້ອນ​ພາຍຸ​ໃຕ້​ຝຸ່ນ "​ໄຮ​ຢ້ຽນ"ອົງການສະຫະ​ປະຊາ​ຊາດສະໜອງ​ເງິນ​ຊ່ວຍ​ເຫຼືອຈຳນວນ 25ລ້ານ ​ໂດ​ລາ​ເພື່ອ​ໃຊ້​ໃນການ​ກູ້​ໄພ

(GMT+08:00) 2013-11-12 16:25:40     cri

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ11ພະຈິກ​ນີ້, ຄະນະ​ກຳມະການບັນ​ເທົາ​ໄພ​ແຫ່ງ​ຊາດ​ຟີ​ລິບ​ປິນປະກາດ​ວ່າ, ນັບ​ມາ​ຮອດປະ​ຈຸ​ບັນ​ນີ້, ລົມ​​ພາຍຸໃຕ້​ຝຸ່ນ "​ໄຮ​ຢ້ຽນ"​ໄດ້​ເຮັດ​ໃຫ້​​ປະຊາຊົນ​ຟີ​ລິບ​ປິນຈຳນວນ 1774 ຄົນ​ເສຍ​ຊີວິດ, ມີ 82 ຄົນຫາຍ​ສາບ​ສູນ​ແລະ 2487 ຄົນ​ບາດ​ເຈັບ. ທ່ານ​ເບນິກ​ໂນ ອາ​ກີ​ໂນ​ສາມ, ປະທາ​ນາ​ທິບໍດີ​ຟີ​ລິບ​ປີນ​ໄດ້​ປະກາດ​ສະຖານະ​ການ​ໄພພິບັດ​ແຫ່ງ​ຊາດ.

ຫວ່າງ​ມໍ່ໆ​ນີ້, ປະຊາ​ຄົມ​ໂລກ​ໄດ້​ທະ​ຍອຍ​ກັນໃຫ້ການ​ຊ່ວຍ​ເຫຼືອ​ແກ່​ຟີ​ລິບ​ປິນ. ມີ20ກວ່າ​ປະ​ເທດ​ແລະ​​ເຂດ​ແຄ້ວ​ນ​ໄດ້​ສະໜອງ​ຫຼື​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ໃຫ້​ການ​ຊ່ວ​ຍ​ເຫຼືອ​ເປັນ​ເງິນສົດ, ​ເຄື່ອງ​ສົງ​ເຄາະ, ພະນັກງານ​ຊ່ວຍ​ເຫຼືອ​ແລະ​ອື່ນໆ. ນອກ​ນີ້, ອົງການ​ສະຫະ​ປະຊາ​ຊາດ, ສະຫະພາບ​ເອີຣົບ​, ທະນາ​ຄານ​ໂລກ​ແລະ​ອົງການ​ຈັດ​ຕັ້ງສາກົນ​ອື່ນໆ​ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສະໜອງ​ການ​ຊ່ວຍ​ເຫຼືອ​ໃນຮູບ​ແບບ​ຕ່າງໆ​ແກ່​ຟີ​ລິບ​ປິນ.

ວັນ​ທີ 11 ພະຈິກ​ນີ້, ຫ້ອງການ​ວຽກ​ງານ​ມະນຸດສະທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ວ່າ, ກອງ​ທຶນ​ສຸກ​ເສີນ​ສູນ​ກາງ​ອົງການ​ສະຫະ​ປະຊາ​ຊາດ​ຈະ​ຈັດ​ສັນ​ເງິນ​ງວດ​ທຳ​ອິດ​​ໃນ​ມູນ​ຄ່າ 25 ລ້ານ​ໂດ​ລາ​ເພື່ອ​​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ແກ່​ເຂດ​ປະສົບ​ໄພ​ຂອງ​ຟີ​ລິບ​ປິນທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ​​ໄຕ້​ຝຸ່ນ "​ໄຮ​ຢຽນ". ຕາມ​ຂ່າວ​ແຈ້ງວ່າ, ​ເງິນ​ຊ່ວຍ​ເຫຼືອ​ກ້ອນ​ນີ້​ຈະນຳ​​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​​ສຸກ​ເສີນ​ໃຫ້​ແກ່ຜູ້​ປະສົບ​ໄພ​ຈາກ​ພະຍຸ​​ໃຕ້​ຝຸ່ນ​ໃນດ້ານ​ອາຫານ, ນ້ຳ​ດື່ມ,​ເຮືອນ​ຢູ່​ອາ​ໄສ​ແລະ​ການ​ປິ່ນປົວ​ພະຍາດ​ເຫຼົ່າ​ນີ້​ເປັນ​ຕົ້ນ.

ໃນ​ວັນ​ດຽວ​ກັນ, ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະ​ສັບ​ກັບ​ທ່ານ​ເດ​ວ ​ໂຣຊາຣີ​ໂອ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ປະຊາ​ຊົນ​ຟີ​ລິບ​ປິນທີ່​ປະສົບ​ໄພ​ທຳ​ມະ​ຊາດ​ໃນ​ຄັ້ງ​ນີ້.

ທ່ານຈ່າງ​ຮວາ, ​ໂຄສົກ​ສະຖານທູດ​ຈີນ​ປະຈຳ​ຟີ​ລິບ​ປິນກ່າວ​ໃນ​ວັນ​ທີ11ພະຈິ​ກນີ້​ວ່າ, ປະຈຸ​ບັນ​ນີ້​ສະຖານທູດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ລາຍ​ງານ​ກ່ຽວ​ກັບ​ການຈີນ​ເສຍ​ຊີວິດ​ແລະ​ບາດ​ເຈັບຂອງ​ພົນລະ​ເມືອງ​ຈີນ​​ເທື່ອ.